ນົກເຈົ່າຟານ / Cinnamon Bittern

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Ixobrychus cinnamomeus (Gmelin, 1789) / Ardeidae
ຊື່ພ້ອງ
ຊື່ອື່ນ
ໄທ: ນົກຍາງໄຟທຳມະດາ
English: Chestnut Bittern, Cinnamon Bittern ແລະ Cinnamon Least Bittern.
French: Blongios cannelle
Indonesian: Bambangan Merah, Burung, Burung Bambangan Merah, Burung Kekondangan ແລະ Kekondangan, Kokokan.
Japanese: リュウキュウヨシゴイ
Korean: 열대덤불해오라기 ແລະ 열대붉은해오라기.
Thai: ນົກຍາງແດງ
Vietnamese: Chim Cò lửa, Chim Cò lùn hung ແລະ Cò lửa.
Chinese: 小水骆驼, 栗小鷺, 栗苇, 栗苇千干鸟, 栗苇, 栗苇鳽, 栗葦鳽, 独春鸟, 葭, 葭鳽 ແລະ 黄鹤.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

        ລຳໂຕມີຂະໜາດ 38-41 ຊມ, ປາກຊື່ ແລະ ຮຽວ, ປາກດ້ານເທິງສີເທົາ, ປາກດ້ານລຸ່ມສີເຫຼືອງ, ໜ້າ ແລະ ທ້າຍທອຍສີນ້ຳຕານແດງ, ຄໍດ້ານຂ້າງມີຂີດສີຂາວ, ຄໍ ແລະ ເອິກມີສີນ້ຳຕານອ່ອນ, ມີລາຍຂີດເປັນແນວດິ່ງສີນໍ້າຕານຈາກຄໍເຖິງກາງເອິກ, ລຳໂຕດ້ານເທິງເປັນສີນ້ຳຕານແດງ, ລຳໂຕດ້ານລຸ່ມມີສີນ້ຳຕານອ່ອນ ແລະ ຈ່າງກວ່າ. ແຂງ ແລະ ຕີນມີສີເຫຼືອງ. ເພດແມ່ມີຄໍ ແລະ ເອິກມີລາຍຂີດສີນ້ຳຕານເຂັ້ມ ແລະ ມີຈຸດສີນ້ຳຕານອ່ອນທີ່ຂອບຂົນ. ນົກໄວອ່ອນຄ້າຍກັບນົກເພດແມ່, ລຳໂຕດ້ານເທິງມີລາຍຈຸດສີນ້ຳຕານອ່ອນກະຈາຍ, ຄໍ ແລະ ລຳໂຕດ້ານລຸ່ມມີລາຍຂີດສີເຂັ້ມ.

       ຖິ່ນອາໄສ: ສ່ວນໃຫຍ່ພົບໃນພື້ນທີ່ຮາບພຽງ, ພື້ນທີ່ຊຸ່ມນ້ຳ, ບໍລິເວນບຶງ ຫຼື ໜອງນ້ຳ

       ອາຫານ: ກິນປູ, ປາ, ກຸ້ງ, ຫອຍ, ແມງໄມ້ ແລະ ໝາກໄມ້ຍຍາງຊະນິດ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານ

ເປັນສັດສວຍງາມ: ເປັນສັດທີ່ອານຸລັກໄວ້ເພື່ອຊົມຄວາມສວຍງາມ ເຊັ່ນ: ຈຸດຊົມນົກ. 

ການປະກອບສ່ວນ