ນົກເປັດນ້ຳຂາເຫຼືອງ / Black-tailed Crake

ຊະນິດຮ່ວມ
ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Zapornia bicolor Walden, 1872 / Rallidae
ຊື່ພ້ອງ
Amaurornis bicolor
Porzana bicolor
ຊື່ອື່ນ
ໄທ: ນົກອັນຊັນຫາງດຳ, ນົກອັນຊັນອົກເທົາ
download: Black tailed Crake, Black-tailed Crake, Elwe's Crake, Elwes' Crake, Elwes‘ crake, Elwes's Crake ແລະ Rufous-backed Crake
French: Marouette bicolore, Marouette d'Elwes, Râle bicolore ແລະ Râle d'Elwes
Japanese: オグロクイナ
Vietnamese: Chim Cuốc hai màu, Chim Cuốc ngực xám ແລະ Cuốc ngực xám.
Chinese: 棕背田鸡 ແລະ 黑尾苦恶鸟
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

         ເປັນນົກປະຈຳຖິ່ນທີ່ຫາເບິ່ງໄດ້ຍາກ ແລະ ສາມາດພົບເຫັນໄດ້ຍາກ, ລັກສະນະລຳຕົວປ້ອມ, ບໍລິເວນດ້ານຫຼັງ ເຖິງບໍລິເວນກົ້ນມີສີນ້ຳຕານ ປົນສີແດງສົ້ມ, ບໍລິເວນຫົວ ຈົນຮອດເອິກ ຫຼື ດ້ານທ້ອງມີສີເທົາ, ຫາງສີດຳ, ມານຕາສີແດງສົ້ມ, ປາຍເປັນສີຂຽວອ່ອນ, ປາຍຈະງອຍປາກເປັນສີດຳ ແລະ ຫາງເປັນສີດຳ, ຂາເປັນສີເຫຼືອງ ຫຼື ສີສົ້ມ. 

         ຖິ່ນອາໄສ: ອາໄສຢູ່ບໍລິເວນຊຸ່ມນ້ຳໃນປ່າເທິງພູເຂົາສູງເທົ່ານັ້ນ

ບັນຍາຍການນຳໃຊ້

ອາຫານ:

  • ຊີ້ນ: ໃຊ້ເປັນອາຫານ.
ການປະກອບສ່ວນ