ນົກໄກ່ນາແດງ / Red-legged Crake
APA 6th ed. ນົກໄກ່ນາແດງ / Red-legged Crake. (2022, October 15). Retrieved from https://www.phakhaolao.la/kb/0001443
MLA 8th ed. ນົກໄກ່ນາແດງ / Red-legged Crake. Pha Khao Lao, 15 October 2022, https://www.phakhaolao.la/kb/0001443.
Chicago 17th ed. Pha Khao Lao. 2022. "ນົກໄກ່ນາແດງ / Red-legged Crake." Published October 15, 2022. https://www.phakhaolao.la/kb/0001443.
French: Râle barré ແລະ Râle malais
Japanese: ナンヨウオオクイナ
Thai: ນົກອັນຊັນປ່າຂາແດງ
Vietnamese: Gà nước họng nâu
Chinese: 紅腳秧雞, 红腿斑秧鸡 ແລະ 红腿秧鸡.
ເປັນນົກຂະໜາດກາງ ຫຼື ໃຫຍ່, ຍາວປະມານ 24 ຊມ, ຫົວ, ຄໍ ແລະ ເອິກເປັນສີນ້ຳຕານແດງ, ແຖບທີຄໍສ່ວນເທິງມີສີນ້ຳຕານປົນເທົາ, ປີກມີສີດຳ ແລະ ຂາວ, ປາກເປັນສີຂຽວ, ຂາເປັນສີແດງ, ປີກມີລາຍຂວາງສີຂາວ, ມີວົງຮອບຕາ ແລະ ມ່ານຕາກົມໃຫຍ່ ສີແດງເປັນເອກະລັກສະເພາະໂຕ. ຈັດເປັນນົກປະຈຳຖິ່ນຢູ່ພາກໃຕ້ ແລະ ຕອນໃຕ້ຂອງພາກຕາເວັນຕົກ
ສຽງຮ້ອງ: ເປັກ-ເປັກ ຮ້ອງວິນາທີລະ 2 ຄັ້ງ
ຖິ່ນອາໄສ: ຕາມຫ້ວຍນ້ຳ ແລະ ພື້ນທີ່ຊຸ່ມນ້ຳໃນປ່າທີ່ຮາບພຽງທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ 350 ຫາ 1.000 ແມັດ
ອາຫານ:
- ຊີ້ນ: ໃຊ້ເປັນອາຫານ.