ເປັດນ້ຳ / Common Shelduck

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Tadorna tadorna (Linnaeus, 1758) / Anatidae
ຊື່ພ້ອງ
ຊື່ອື່ນ
ໄທ: ເປັດເຊວດັກ
ອັງກິດ: Common Shelduck.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

        ເປັດນ້ຳມີລັກສະນະຄ້າຍກັບຫານ, ຄໍສັ້ນ, ລຳໂຕນ້ອຍ, ມີຂະໜາດ ແລະ ຮູບຮ່າງເປັນນົກທີ່ໂດດເດັ່ນ, ແຄງ ແລະ ຕີນມີສີບົວ, ລຳໂຕສີຂາວມີກະຈັບ ແລະ ທ້ອງສີດຳ, ຫົວ ແລະ ຄໍມີສີຂຽວເຂັ້ມ, ຂົນອ່ອນມີສີຂາວ, ປາກສີແດງສົດ, ມີແຖບຜ່ານເອິກຂະໜາດໃຫຍ່ສີນ້ຳຕານແດງເປັນວົງຮອບເອິກ, ໂຄນປີກ ແລະ ປາຍຂົນປີກສີດຳ. ໂຕຜູ້ມີປຸ່ມຄ້າຍກະບັງຢູ່ຂະໜາດນ້ອຍບໍລິເວນໂຄນປາກ ແລະ ຈະມີຂະໜາດໃຫຍ່ຂຶ້ນໃນລະດູປະສົມພັນ. ໂຕແມ່ມີຂະໜາດນ້ອຍກວ່າໂຕຜູ້ນ້ອຍ ແລະ ບໍ່ມີປຸ່ມທີ່ໂຄນປາກ.

       ຖິ່ນອາໄສ: ມັກອາໄສຢູ່ແຫຼ່ງນ້ຳຕ່າງໆ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານ ແລະ ເປັນອາຫານທີ່ນິຍົມແຕ່ຫາຍາກ.
ການປະກອບສ່ວນ