ນົກຂຸ້ມອົກລາຍ / Barred buttonquai

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Turnix suscitator (Gmelin, 1789) / Turnicidae
ຊື່ພ້ອງ
ຊື່ອື່ນ
Thailand: ນົກຄມອົກລາຍ, ນົກຄຸມອືດອົກລາຍ ແລະ ນົກຂຸ້ມໝໍ້
English: Barred Button Quail, Barred Buttonquail, Barred button-quail, Bustard Quail, Bustard-Quail, Common Bustard Quail, Common Bustardquail, Common Bustard-Quail ແລະ Lesser Sunda Buttonquail.
French: Hémipode batailleur, Hémipode outarde ແລະ Turnix combattant.
Indonesian: Burung Gemak Loreng, Burung Puyuh Tegalan Loreng, Gemak Loreng ແລະ Puyuh tegalan loreng.
Japanese: ミフウズラ.
Vietnamese: Chim Cun cút lưng hung, Chim Cun cút lưng nâu, Cun cút lưng nâu ແລະ Cun cút vằn.
Chinese: 台湾三趾鹑, 棕三趾鶉 ແລະ 棕三趾鹑.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

      ລຳໂຕມີຂະໜາດປະມານ 17 ຊມ, ປາກຮຽວແຫຼມ, ມີສີເທົາ, ຄໍຂ້ອນຂ້າງສັ້ນ, ຕົວປ້ອມ, ຫາງສັ້ນ, ແຕ່ລະຂາມີຕີນ 3 ນິ້ວ, ສະເພາະດ້ານໜ້າບໍ່ມີນິ້ວດ້ານຫຼັງ. ໂຕແມ່ມີສີນ້ຳຕານ, ມີລາຍແຖບສີດຳດ້ານເທິງ ແລະ ອົກ, ທ້ອງສີນ້ຳຕານ, ຄໍຫອຍສີດຳ. ໂຕຜູ້ລຳຕົວມີສີນ້ຳຕານມົວ, ມີລາຍແຖບສີດຳບໍລິເວນລຳໂຕ ແລະ ເອິກ, ຄໍຫອຍມີສີຂາວ.
      ພຶດຕິກຳ: ຫາກິນຕາມພື້ນດິນໂດຍສະເພາະຊ່ວງຕອນເຊົ້າ, ມັກແລ່ນລົບໃຕ້ປ່າຫຍ້າ ແຕ່ຖ້າຖືກລົບກວນກະທັນຫັນຈະບິນໜີຢ່າງໄວ
      ສຽງ: ອືດ-ອືດ-ອືດ ລົວ ແລະ ມີເປັນຈັ່ງຫວະ
      ອາຫານ: ກິນແກ່ນພືດໂດຍສະເພາະແມ່ນແກ່ນຫຍ້າ, ໂຕໜອນ ແລະ ແມງໄມ້ຕ່າງໆເປັນອາຫານ
      ຖິ່ນອາໄສ: ອາໄສຢູ່ທົ່ງຫຍ້າ ແລະ ພື້ນທີ່ການກະເສດ, ບໍລິເວນທີ່ຮາບພຽງຈົນເຖິງລະດັບຄວາມສູງ 1500 ແມັດຈາກລະດັບໜ້ານ້ຳທະເລ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ ແລະ ໄຂ່: ໃຊ້ເປັນອາຫານໄດ້. 
ການສຶບພັນ ແລະ ວົງຈອນຊີວິດ

      ການປະສົມພັນ: ລະດູປະສົມພັນແມ່ນຊ່ວງ ເດືອນສິງຫາ-ເດືອນມັງກອນ, ເຮັດຮັງຢູ່ບໍລິເວນຟຸ່ມຫຍ້າໂດຍຂຸດດິນເປັນຂຸມ, ມີຫຍ້າຮອງພື້ນ. ໄຂ່ມີສີນ້ຳຕານແກມເທົາ ແລະ ມີຈຸດສີນ້ຳຕານເຂັ້ມ, ແຕ່ລະຮັງຂະມີໄຂ່ຢູ່ 4 ໜ່ວ, ໂຕຜູ້ຈະເຮັດໜ້າທີ່ໃນການຟັກໄຂ່ ແລະ ລ້ຽງລູກ, ໃຊ້ເວລາໃນການຟັກໄຂ່ຢູ່ 12-14 ວັນ. ໃນຂະນະທີ່ໂຕເມຍຈະອອກໄປຈັບຄູ່ໃໝ່.

ການປະກອບສ່ວນ