ປວກ/Termite
APA 6th ed. ປວກ/Termite. (2023, June 14). Retrieved from https://www.phakhaolao.la/kb/0001436
MLA 8th ed. ປວກ/Termite. Pha Khao Lao, 14 June 2023, https://www.phakhaolao.la/kb/0001436.
Chicago 17th ed. Pha Khao Lao. 2023. "ປວກ/Termite." Published June 14, 2023. https://www.phakhaolao.la/kb/0001436.
ສາມັນ: Termite
ປວກຈັດເປັນແມງໄມ້ທີ່ອາໄສຢູ່ຮ່ວມກັນເປັນກຸ່ມໃຫຍ່, ອາໄສຢູ່ໃຕ້ດິນເລິກປະມານ 5-10 ນິ້ວ, ຫົວຈະມີຫຼາຍຮູບຮ່າງຄື ຮູບ 4 ຫຼ່ຽມ, ຂ້ອນຂ້າງ 4 ຫຼ່ຽມຈົນເຖິງຂ້ອນຂ້າງກົມຮີ, ມີສ່ວນໜ້າແຄບກ່ວາສ່ວນທ້າຍ, ສີເຫຼືອງ, ສີນ້ຳຕານ ຫຼື ສີນ້ຳຕານແດງ, ຫົວຍາວ 1.14-2.89 ມິລີແມັດ, ກ້ວາງສຸດປະມານ 1.02-2.37 ມິລີແມັດ, ກາມຍາວ 0,6-1.45 ມິນລີແມັດ. ແຂ້ວ 2 ເຫຼັ້ມຢື່ນອອກທາງໜ້າ, ລັກສະນະຄ້າຍຄີມ. ໜວດ 1 ຄູ່, ເຮັດໜ້າທີ່ໃນການສຳພັດ. ລຳໂຕຮູບກົມ ຫຼື ຮູບຮີ, ກົ້ນແຫຼມ, ສີເຫຼືງ ຫຼື ສີນ້ຳຕານ. ຂາມີ 3 ຄູ່, ຂາຄູ່ຫຼັງມີຂະໜາດໃຫຍ່ ແລະ ຍາວກ່ວາ 2 ຄູ່ໜ້າ. ຮັ່ງໜຶ່ງປະກອບມີ
- ປວກງານ: ມີປະລິມານຫຼາຍທີ່ສຸດ 90%, ເປັນປວກຕົວນ້ອຍ, ບໍ່ມີປີກ, ບໍ່ມີເພດ ແລະ ບໍ່ມີຕາ, ອາໄສຢູ່ໃນດິນ ຫຼື ເນຶ້ອໄມ້ທີ່ມັນກັດ ແລະ ທຳລາຍ, ມີໜ້າທີ່ຫາອາຫານ ແລະ ສ້າງຮັງ, ປວກງານຈະເຮັດວຽກທຸກຢ່າງພາຍໃນຮັງ.
- ປວກທະຫານ: ເປັນປວກໂຕນ້ອຍແຕ່ມີຫົວໃຫຍ່ ແລະ ມີຄາງກະໄຕຂະໜາດໃຫຍ່ເພື່ອໃຊ້ໃນການຕໍ່ສູ້, ບໍ່ມີປີກ, ບໍ່ມີຕາ ແລະ ບໍ່ມີເພດ, ເຮັດໜ້າທີ່ປົກປ້ອງອັນຕະລາຍທີ່ຈະເກີດຂື້ນກັບຮັງ, ສັດຕູສຳຄັນຂອງມັນຄືມົດ, ປວກທະຫານສາມາດກັ່ນຂອງແຫຼວທີ່ມີຜິດເປັນກົດໜຽວອອກຈາກຫົວຂອງມັນ ເມື່ອມົດຖືກຈະເຮັດໃຫ້ຕິດ ແລະ ໝົດກຳລັງ, ນອກຈາກນີ້ແລ້ວກົດຊະນິດນີ້ຍັງສາມາດໃຊ້ໃນການເຈາະໂລຫະຫີນປູນໄດ້ອີກ
- ປວກສືບພັນ ຄື: ປວກລາຊາ (ໂຕຜູ້) ແລະ ປວກລາຊີນີ(ໂຕແມ່), ປົກກະຕິໃນຮັງ ຫຼື ອານາຈັກຈະພົບປວກຄູ່ນີ້ເຮັດໜ້າທີ່ປະສົມພັນ, ໂຕແມ່ເຮັດໜ້າທີ່ອອກໄຂ່ພຽງຢ່າງດຽວ, ມີອາຍຸປະມານ 25 ປີ, ສາມາດວາງໄຂ່ໄດ້ວັນລະ 30.000 ຟອງ, ໄຂ່ອອກເປັນປວກຊະນິດຕ່າງໆໃນຮັງ. ນອກຈາກນີ້ປວກສືບພັນຍັງສ້າງອານາຈັກໃໝ່ເກີດຂື້ນ, ປວກຊະນິດນີ້ມີປີກທັງໂຕຜູ້ ແລະ ໂຕແມ່ ເຊິ່ງທັງສອງເອີ້ນວ່າແມງເມົ່າ, ເມື່ອປະສົມພັນແລ້ວຈະສະຫຼັດປີກ ແລ້ວເລືອກສະຖານທີ່ເໝາະສົມເພື່ອສ້າງຮັງ ແລະ ເກີດເປັນອານາຈັກໃໝ່ຕໍ່ໄປ, ເມື່ອຮອດລະດູປະສົມພັນປວກເພດຜູ້ ແລະ ເພດແມ່ຈະບິນອອກໄປຊອກປະສົມພັນ ເຊິ່ງລະດູປະສົມພັນແມ່ນຕົ້ນລະດູຝົນ.
ຄຸນປະໂຫຍດ
-
ຊ່ວຍຍ່ອຍສະລາຍສານອິນຊີວັດຖຸຕ່າງໆ ໄດ້ແກ່: ເສດໄມ້, ທ່ອນໄມ້, ໃບໄມ້ ແລະ ສ່ວນຕ່າງໆຂອງພືດທີ່ຫັກທັບຖົມກັນຢູ່ໃນປ່າ ເຊິ່ງປວກຈະປ່ຽນໃຫ້ກາຍສະພາບເປັນຮິວມັສໃນດິນ, ເປັນຂະບວນການມູນວຽນອາຫານຈາກພືດໄປສູ່ດິນ ແລະ ເຮັດໃຫ້ດິນອຸດົມສົມບູນ.
-
ມີບົດບາດສຳຄັນໃນຕ່ອງໂສ້ງອາຫານໃນລະບົບນິເວດ, ນອກຈາກຊ່ວຍໃຫ້ພືດຈະເລີນເຕີບໂຕແລ້ວຍັງເປັນອາຫານຂອງສັດປ່າອີກດ້ວຍ.
-
ເປັນແຫຼ່ງຜະລິດໂປຣຕີນທີ່ສຳຄັນຂອງມະນຸດ ໂດຍປວກບາງຊະນິດສາມາດສ້າງເຫັດໂຄນເຊິ່ງເປັນອາຫານທີ່ນິຍົມ ແລະ ມີລາຄາສູງ, ສາມາດສ້າງລາຍໄດ້ເສີມໃຫ້ກັບຊາວກະເສດ.
-
ຈຸລິນຊີທີ່ຢູ່ທາງເດີນອາຫານຂອງປວກສາມາດຜະລິດເອັນໄຊມ໌ບາງຊະນິດທີ່ມີປະສິດທິພາບສູງສາມາດນຳມາພັດທະນາເພື່ອປະໂຫຍດທາງດ້ານການກະເສດ, ອຸດສາຫະກຳ ຫຼື ໃຊ້ຄວບຄຸມສະພາວະທາງສິ່ງແວດລ້ອມຕໍ່ໄປໃນອານາຄົດ.
ໂທດ
ປວກເປັນແມງທີ່ຕ້ອງການເຊວລູໂລສເປັນອາຫານຫຼັກໃນການດຳລົງຊີວິດ ແລະ ເຊວລູໂລສນັ້ນເປັນສ່ວນປະກອບສຳຄັນຂອງເນື້ອໄມ້ ດັງນັ້ນເຮົາຈຶ່ງເຫັນປວກສ້າງຄວາມເສຍຫາຍຫຼາຍໃຫ້ແກ່ໄມ້ ຫຼື ໂຄງສ້າງໄມ້ພາຍໃນອາຄານບ້ານເຮືອນ, ທັງວັດຖຸເຂົ້າຂອງ, ລວມທັງສ້າງຄວາມເສຍຫາຍຂອງໄຮ່ເຂົ້້າ, ສ່ວນອ້ອຍ, ສ່ວນສາລີ ແລະ ອື່ນໆ ເຊິ່ງສົ່ງຜົນເສຍຫາຍໃຫ້ແກ່ເສດຖະກິດ ແລະ ຊາວກະສິກຳເປັນຈຳນວນຫຼາຍ.
ວົງຈອນຊີວິດຂອງປວກມີຢູ່ 3 ໄລຍະຄື: ໄລຍະໄຂ່, ຕົວອ່ອນ ແລະ ໂຕເຕັມໄວ.
- ໄລຍະໄຂ່: ໄຂ່ຂອງປວກມີລັກສະນະເປັນຮູບຊົງກະບອກ ແລະ ໂຄ້ງບໍລິເວນສ່ວນປາຍ, ປວກຈະວ່າງໄຂ່ເປັນຟອງດ່ຽວໆໃນຮັ່ງໄລຍະສ້າງຮັງໃໝ່
- ໄລຍະໜອນ: ຕົວອ່ອນຂອງປວກຫຼັງຈາກຫຼອກຄາບຄັ້ງທີ່ໜຶ່ງ ແລະ ຄັ້ງທີ່ສອງບໍ່ສາມາດແຍກປະເພດໄດ້, ຈະສາມາດຈຳແນກໄດ້ກໍ່ຕໍ່ເມືອລອກຄາບຄັ້ງທີ່ 3-4 ໄປແລ້ວ.
- ຕົວເຕັມໄວ: ປວກລາຊີນີຈະໃຫ້ກຳເນີດປວກເພດຜູ້ ແລະ ເພດແມ່ຂື້ນມາເພື່ອເຮັດໜ້າທີ່ໃນການສືບພັນ, ເມື່ອປວກລາຊີນີຕາຍປວກເພດແມ່ຈະເຮັດໜ້າທີ່ໃນການປະສົມພັນ ແລະ ວ່າງໄຂ່ແທນປວກລາຊີນີ, ປວກເຫຼົ່ານີ້ຈະມີປຸ່ມປີກເຊິ່ງຈະພັດທະນາເປັນປີກ, ເມື່ອຮອດລະດູປະສົມພັນຈະບິນອອກໄປປະສົມພັນ ຫຼັງຈາກນັ້ນກໍຈະສະຫຼັດປີກອອກ ແລະ ສ້າງຮັງໃໝ່ຂື້ນມາ.