ນົກຂຸ້ມຂາເຫຼືອງ / Yellow-legged buttonquail

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Turnix tanki Blyth, 1843 / Turnicidae
ຊື່ພ້ອງ
ຊື່ອື່ນ
ໄທ: ນົກຂຸ້ມໃຫຍ່.
ອັງກິດ: Burmese button quail, Buttonquail, Yellow-legged Bustard Quail, Yellow-legged Button Quail, Yellow-legged Buttonquail, Yellow-legged Button-Quail ແລະ Yellow-legged Hemipode.
French: Hémipode moucheté, Turnix à nuque rouge ແລະ Turnix indien.
Japanese: チョウセンミフウズラ ແລະ チョウセンミフウヅラ.
Korean: 세가락메추라기.
Vietnamese: Chim Cun cút lưng hung ແລະ Cun cút lưng hung.
Chinese: 水鹌鹑, 黃腳三趾鶉 ແລະ 黄脚三趾鹑.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

         ໂຕແມ່ຈະມີຂະໜາດໃຫຍ່ກວ່າໂຕຜູ້ ໂດຍມີປີກຍາວ 59-93 ມມ, ດ້ານຫຼັງມີຂົນສີນ້ຳຕານປົນສີເທົາ. ໜ້າຜາກ ແລະ ດ້ານຂ້າງຂອງຫົວເປັນສີດຳດ້ານ, ບໍລິເວນຄໍ ແລະ ຄໍເປັນສີຂາວນວນ, ສ່ວນດ້ານຂ້າງຂອງລຳຄໍ, ໜ້າອົກ ແລະ ທ້ອງມີສີນ້ຳຕານອອ່ນ (rufous), ກະໝ່ອມມີສີດຳ ແລະ ມີຂອບເປັນຂົນຟູ ບາງຄັ້ງມີແຖບຂົນຟູຢູ່ບໍລິເວນກາງຫົວ. ສ່ວນຫຼັງ, ກົ້ນ, ຫາງສ່ວນເທິງ ແລະ ຂົນປິດທີ່ປີກມີໜາມສີນ້ຳຕານດຳ ແລະ ມີຈຸດສີນ້ຳຕານປົນສີແດງຢ່າງບໍ່ສະໜ່ຳສະເໝີ, ບໍລິເວນໂຄນມີສີນ້ຳຕານປົນສີດຳຂອງເປັນຂົນຟູ ສ່ວນທີ່ເຫຼືອແມ່ນມີຈຸດສິດຳຢູ່ດ້ານລຸ່ມ. ຂ້າງ ແລະ ທ້ອງເປັນສີຂາວ, ຂົນສ່ວນໃຫຍ່ທີ່ຢູ່ດ້ານຂ້າງຂອງໜ້າເອິກ ແລະ ໜ້າເອິກມີຂົນສີດຳໃຕ້ປີກເລັກນ້ອຍ. ມ່ານຕາມີສິເຫຼືອງ ຫຼື ສີຂາວ. ຈະງອຍປາກມີສີນ້ຳຕານແດງຢູ່ດ້ານເທິງ ແລະ ດ້ານລ່າງເປັນສີເຫຼືອງ. ຂາ ແລະ ຕີນມີສີເຫຼືອງທອງ. ໂຕຜູ້ມີຄວາມຍາວຂອງປີກ 71-64 ມມ, ບໍ່ມີປອກຄໍເປັນສີນ້ຳຕານປົນແດງແຕ່ມີຈຸດສີດຳດ້ານເທິງຫຼາຍກວ່າໂຕແມ່, ມ່ານຕາສີຂາວ, ປົນສີນ້ຳຕານ, ຂາ ແລະ ຕີນມີສີເຫຼືອງ. ໂຕອ່ອນທີ່ມີອາຍຸໄດ້ 7 ອາທິດຈະມີຂົນຄືໂຕເຕັມໄວ, ຈາກນີ້ມ່ານຕາຈະປ່ຽນຈາກສີດຳເປັນສີນ້ຳຕານ.       

ບັນຍາຍການນຳໃຊ້

ອາຫານ:
    ຊີ້ນ: ປະຊາຊົນທ້ອງຖີ່ນໄດ້ນຳໃຊ້ເປັນອາຫານ
ຄຸນປະໂຫຍດ:
    ມີຜົນກະທົບຕໍ່ຈຳນວນປະຊາກອນຂອງບົ້ງ ຫຼື ເຍື່ອທີ່ກິນ ແລະ ຫຍ້າ, ເປັນຕ່ອງໂສ້ອາຫານທີ່ສຳຄັນໃນລະບົບນິເວດ ແລະ ເປັນໂຕຊ່ວຍປັບຄວາມສົມດຸນໃນລະບົບນິເວດ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ: ໃນຊ່ວງລະດູການປະສົມພັນໂຕແມ່ຈະສົ່ງສຽງນົກວີດເປັນສຽງຕ່ຳ ແລະ ມີການເອີ້ນສຽງ "ກຸ໊ກ ກຸ໊ກ ກຸ໊ກ" ແບບນີ້ຊ້ຳໆ ແລະ ສາມາດໄດ້ຍິນໃນໄລຍະ 100 ແມັດ ຫຼັງສຽງດັງຂຶ້ນໄລຍະໜຶ່ງແລ້ວຈະຍຸດຊົ່ວຄາວຈາກນັ້ນຈຶ່ງຮ້ອງສຽງຄ້າຍສຽງແກດັງຂຶ້ນ ແລະ ຈະເຮັດຊ້ຳແບບນີ້ 5-6 ຄັ້ງແລ້ວສຽງຈະກາຍເປັນສຽງຄາງທີ່ເພີ່ມຄວາມເຂັ້ມຂຸ້ນຂຶ້ນ, ໃນຂະນະທີ່ໂຕແມ່ຮ້ອງຈະມັກຈະກົ້ມຫົວລົງ ແລະ ກາງປີກຂຶ້ນເລັກນ້ອຍ. ໃນຂະນະທີ່ກ້ຽວພາລາສີໂຕແມ່ຈະຫຼຸດໜ້າອົກລົງຕິດກັບພື້ນໂດຍໃຫ້ຫາງຊີ້ຂຶ້ນ ແລະ ຮ້ອງສຽງກຸ໊ກກິກເບົາໆ. ການສືບພັນຈະເລີ່ມຂຶ້ນໃນເດືອນມີນາຄົມ. ຮັງອາດສ້າງມາຈາກຫຍ້າແຫ້ງ ຫຼື ຫຍ້າໃນໂພງຕື້ນໃນດິນ. ໂຕໜຶ່ງຈະໃຫ້ໄຂ່ 3 ໜ່ວຍຕໍ່ຄັ້ງ ແລະ ຈະເລີ່ມຟັກໃນເວລາ 12 ວັນ. ໄຂ່ຈະມີຂະໜາດ 23-18 ມມ ແລະ ມີນ້ຳໜັກ 3-9 ກຼາມ, ລູກອ່ອນສາມາດບິນໄດ້ເມື່ອອາຍຸໄດ້ 10 ວັນ.

        ອາຫານ: ແມ່ນມັກກິນແກ່ນພືດ ຫຼື ແກ່ນຫຍ້າ, ຍອດສີຂຽວ, ຮາກພືດ, ມົດ, ດ້ວງ, ຕັກແຕນ ແລະ ແມງໄມ້ອື່ນ.

ການປະກອບສ່ວນ