ນົກໄກ່ນາ / Baillon's crake
APA 6th ed. ນົກໄກ່ນາ / Baillon's crake. (2022, May 3). Retrieved from https://www.phakhaolao.la/kb/0001432
MLA 8th ed. ນົກໄກ່ນາ / Baillon's crake. Pha Khao Lao, 3 May 2022, https://www.phakhaolao.la/kb/0001432.
Chicago 17th ed. Pha Khao Lao. 2022. "ນົກໄກ່ນາ / Baillon's crake." Published May 3, 2022. https://www.phakhaolao.la/kb/0001432.
ອັງກິດ: African Spotted Crake, Baillons Crake, Baillon's Crake, Dwarf Rail, Koitareke, Lesser Spotted Crake, Marsh Crake, Pygmy crake ແລະ Tiny Crake.
Japanese: ヒメクイナ.
Korean: 쇠뜸부기
Chinese: [xiao tian-ji], [xiao yang-ji], 小田雞, 小田鸡, 小田鸡 ແລະ 小秧雞.
Vietnamese: Chim Cuốc lùn ແລະ Cuốc lùn.
ນົກໄກ່ນາເປັນສັດປີກທີ່ມີຄວາມຍາວຂອງລຳຕົວຢູ່ທີ່ 16-18 ຊມ, ມີຂະໜາດໃຫຍ່ກວ່ານົກໄກ່ນານ້ອຍພຽງເລັກນ້ອຍ. ປີກຂອງມັນຊື່ ແລະ ສັ້ນ, ມີສີເຫຼືອງ, ປີກດ້ານຫຼັງມີການສີດຳ ແລະ ຂາວ, ບໍ່ມີຖານຂົນເປັນສີແດງ. ຕົວເຕັມໄວສ່ວນຫຼາຍຈະມີສ່ວນເທິງເປັນສີນ້ຳຕານ ແລະ ມີຈຸດສີຂາວບາງສ່ວນ, ໃບໜ້າ ແລະ ສ່ວນລຸ່ມຂອງລຳຕົວເປັນສີຟ້າ. ຂົນບໍລິເວນຂາມີສີຂຽວ, ນິ້ວຕີນຍາວ ແລະ ມີຫາງສັ້ນ. ຕົວອ່ອນຈະມີລັກສະນະຄ້າຍຄືກັບໂຕເຕັມໄວ, ແຕ່ມີສ່ວນທ້ອງ (underparts) ກັ້ນທີ່ກວ້າງກວ່າ. ຕົວອ່ອນຂອງມັນຈະມີຂົນອ່ອນນຸ້ມສີດຳປົກຄຸມທົ່ວລຳໂຕ.
ນິໄສ: ພວກມັນມັກຫາກິນຕາມຂີ້ຕົມ ຫຼື ບໍລິເວນນ້ຳຕື້ນ, ການຊອກອາຫານແມ່ນໃຊ້ສາຍຕາທີ່ສາມາດເບິ່ງເຫັນໄດ້ໄວ ແລະ ປາກທີ່ແຫຼມໃຊ້ຈັບອາຫານ, ພວກມັນມັກກິນແມງໄມ້ ແລະ ສັດນ້ຳຂະໜາດນ້ອຍເປັນອາຫານ.
ການປະສົມພັນ: ລະດູປະສົມພັນຈະຫາເບິ່ງໄດ້ຍາກ ເພາະເປັນຄວາມລັບຫຼາຍ, ສ່ວນຫຼາຍເຮົາຈະໄດ້ຍິນສຽງຫຼາຍກວ່າ. ເປັນນົກທີ່ີສຽງດັງຫຼາຍ ແລະ ເຮົາມັກພົບເຫັນການອົບພະຍົບໃນລະດູອົບພະຍົບ ຫຼື ລະດູໜາວ.
ອາຫານ:
ຊີ້ນ: ປະຊາຊົນທ້ອງຖີ່ນໄດ້ນຳໃຊ້ເປັນອາຫານ
ສິນຄ້າ: ມີການການຫາຂາຍຕາມທ້ອງຕະຫຼາດທ້ອງຖິ່ນ.
ຄຸນປະໂຫຍດ:
ເປັນສັດລ້ຽງເພື່ອຄວາມສວຍງາມ ເຊັ່ນ: ການອານຸລັກໄວ້ເປັນບ່ອນທ່ອງທ່ຽວຊົມນົກ.
ຊ່ວຍປັບຄວາມສົມດຸນຂອງລະບົບນິເວດໃນໜອງນ້ຳ ຫຼື ບຶງ ເຊັ່ນ: ກິນບົ້ງທີ່ເຂົ້າໄປທຳລາຍພືດນ້ຳ.