ເຫງັນຫາງກ່ານໃຫຍ່ / Large Asean Civet
APA 6th ed. ເຫງັນຫາງກ່ານໃຫຍ່ / Large Asean Civet. (2022, May 3). Retrieved from https://www.phakhaolao.la/kb/0001431
MLA 8th ed. ເຫງັນຫາງກ່ານໃຫຍ່ / Large Asean Civet. Pha Khao Lao, 3 May 2022, https://www.phakhaolao.la/kb/0001431.
Chicago 17th ed. Pha Khao Lao. 2022. "ເຫງັນຫາງກ່ານໃຫຍ່ / Large Asean Civet." Published May 3, 2022. https://www.phakhaolao.la/kb/0001431.
ຊື່ສາມັນ: large Indian civet.
ຫົວ ແລະ ລໍາໂຕຍາວ: 75-85 ຊມ. ຫາງຍາວ: 38-46 ຊມ. ເປັນຊະນິດທີ່ໃຫຍ່ ແລະ ແຂງແຮງ, ຄໍ ແລະ ຂ້າງຄໍມີແຖບລາຍຂາວ-ດໍາຕັດຂວາງຢ່າງເດັ່ນຊັດ, ມີຂົນສີເທົາໝົ່ນ, ມີແຖບຂ້າງສີດໍາທີ່ມີລັກສະນະເປັນສີກ່ານແຊກຢູ່ທາງຂ້າງ, ຂາໜ້າ ແລະ ຂາຫຼັງ, ຂົນແຄ່ງ ແລະ ຂົນຕີນມີສີນ້ໍາຕານໄໝ້ເກືອບອອກສີດໍາ. ຫາງມີກ່ານສີຂາວ ແລະ ຂັ້ນດ້ວຍວົງສີດໍານ້ອຍ, ເຫງັນແຜງຫາງກ່ານແມ່ນບໍ່ສັງເກດເຫັນຊັດເຈນປານໃດ.
ອຸປະນິໄສ: ພວກມັນຫາກິນກາງຄືນ ແລະ ຕາມພື້ນດິນ, ສາມາດຈັບ ຫຼື ປີນໄຕ່ຕາມຕົ້ນໄມ້, ນອກນັ້ນຍັງກິນ ອາຫານປະເພດອື່ນໆ
ທີ່ຢູ່ອາໄສ: ພົບຢູ່ຕາມປ່າທົ່ວໆໄປ ແລະ ປ່າໄມ້ປະສົນ ຫລື ປ່າເຫລົ່າ, ແຈກຢາຍຢູ່ທົ່ວປະເທດ ແລະ ບ່ອນອື່ນໆ
ການປະສົມພັນ: ເຫງັນຫາງກ່ານໃຫຍ່ປະສົມພັນເມື່ອມີອາຍຸໄດ້ປະມານ 2 ປີ ໂຕແມ່ສາມາດປະສົມພັນໄດ້ຕະຫຼອດປີ, ປີໜຶ່ງສາມາດອອກລູກໄດ້ 2 ຄັ້ງ ແລະ ອອກລູກຄັ້ງລະ 2-4 ຕົວ, ລູກແລກເກີດມີນໍ້າໜັກບໍ່ຮອດ 100 ກຼາມ, ເມື່ອອາຍຸໄດ້ 10 ສາມາດມືນຕາໄດ້, ເມື່ອຮອດ 12 ມື້ນໍ້າໜັກຈະເພີ່ມຂຶ້ນ 2 ເທົ່າຂອງນ້ໍາໜັກແລກເກີດ ແລະ ເມື່ອມີອາຍຸໄດ້ 1 ເດືອນນ້ໍາໜັກຈະເພີ່ມຂຶ້ນ 4 ເທົ່າຂອງນ້ໍາໜັກໂຕແລກເກີດ ແລະ ຈະຍ່ານົມໄດ້. ເຫງັນສາມາດມີອາຍຸສູງຮອດ 20 ປີ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານໄດ້.
- ນ້ຳມັນ: ທີ່ໄດ້ຈາກເຫງັນຫາງກ່ານສາມາດນຳມາໃຊ້ປະໂຫຍດໄດ້ ແຕ່ບໍ່ໄດ້ຮັບຄວາມນິຍົມຫຼາຍ.