ເຫງັນຫາງກ່ານນ້ອຍ / Small Asean Civet

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Viverricula indica Geoffroy Saint-Hilaire, 1803 / Viverridae
ຊື່ພ້ອງ
ຊື່ອື່ນ
ໄທ: ຊະມັດເຊັດ, ຊະມົດຊຽງ ແລະ ມູສັງ.
ຊື່ສາມັນ: small Indian civet.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ຕະກູນ Viverridae. ຜ່ານການສັງເກດ ແລະ ຕີລາຄາດ້ານຕ່າງໆເຊັ່ນ: ຂະໜາດ, ທ່າທາງໃນການຍ່າງ ແລະ ອຸປະນິໄສເຫັນວ່າພວກມັນຈະກາຍເປັນສັດທີ່ກິນທັງພືດ ແລະ ສັດ (omnivorous) ຄືເຫງັນອົ້ມ, ພວກມັນກິນໝາກໄມ້ ຕາມລະດູການທີ່ແນ່ນອນ. ຕາຂອງມັນມີແສງສະທ້ອນເຫຼື້ອມຄືກັບແສງໄຟສາຍ. ທົ່ວໂລກມີຢູ່ 66 ຊະນິດໃນ 37 ສະກຸນ (genera). ຢູ ສປປ ລາວ ມີ 9 ຊະນິດ ມີ 8 ສະກຸນ (genera)
ເຫງັນທາງກ່ານນ້ອຍ / Viverricula indica
      ຫົວ ແລະ ລໍາໂຕຍາວ: 54-63 ຊມ. ຫາງຍາວ: 30-43 ຊມ. ເປັນຊະນິດທີ່ມີລໍາຕົວນ້ອຍກວ່າເຫງັນແຜງຫາງປ່ອງ ແລະ ຂາສັ້ນກວ່າ, ຫູທັງສອງຂ້າງຢູ່ໃກ້ກັນ, ມີຈຸດໆຢູ່ຕາມລຳຕົວ, ບໍລິເວນຄໍມີກ່ານສິດຳ ແລະ ຂາວຕາມລວງຂວາງ ແຕ່ບໍ່ສາມາດສັງເກດເຫັນຢ່າງເດັ່ນຊັດຄືກັບເຫງັນແຜງຫາງກ່ານດໍາ. ບໍ່ມີແຖບສີດໍາ ແລະ ຂາວຢູ່ແກ້ມ, ບໍລິເວນຄໍ ຫຼື ຫຼັງບໍ່ມີຂົນໜາ, ໂດຍສະເພາະຢູ່ເຂດກະໂພກມີລາຍເປັນແຊກໆຕາມລວງຍາວ, ເບື້ອງຂ້າງມີຈຸດໆ. ຫາງຂອງມັນມີວົງແຫວນເປັນສີດໍາກ່ານຂາວແຕ່ 6-9 ວົງ ແລະ ປາຍຫາງສີຂາວ ເຊິ່ງບໍ່ມີໃນເຫງັນແຜນຫາງກ່ານດຳ
      ອຸປະນິໄສ: ເປັນສັດຫາກິນຕາມໜ້າດິນໃນຕອນກາງຄືນພວກມັນນອນຢູ່ຮູໃຕ້ດິນ. ສ່ວນຫລາຍອາຫານຂອງມັນໄດ້ແກ່ໜູ, ນົກ, ສັດເລືອຄານ, ສັດເຄິ່ງບົກເຄິ່ງນໍ້າ, ໝາກໄມ້ ແລະ ຮາກໄມ້.
      ຖິ່ນອາໄສ: ໂດຍປົກກະຕິມັກພົບຢູ່ຕາມເຂດທີ່ເປີດແປນ ແລະ ພົບຢູ່ປ່າໂຄກ, ແຄມປ່າ, ທົ່ງຫຍ້າ, ຟຸ່ມໄມ້, ບາງຄັ້ງຄາວຍັງພົບຢູ່ກາງປ່າເລິກ, ພົບຢູ່ທຸກໆພາກຂອງປະເທດ.

ບັນຍາຍການນຳໃຊ້

ອາຫານ:
    ຊີ້ນ: ໃຊ້ເປັນອາຫານ.
ສິນຄ້າ: ພົບເຫັນວ່າງຂາຍຕາມຕະຫຼາດບາງທ້ອງຖິ່ນ.
ຄຸນປະໂຫຍດ: ຊ່ວຍໃນການກະຈາຍພັນພືດໃນປ່າ.

ການປະກອບສ່ວນ