ນາກໃຫຍ່ທາໍມະດາ / Eurasian Otter
APA 6th ed. ນາກໃຫຍ່ທາໍມະດາ / Eurasian Otter. (2022, May 30). Retrieved from https://www.phakhaolao.la/kb/0001427
MLA 8th ed. ນາກໃຫຍ່ທາໍມະດາ / Eurasian Otter. Pha Khao Lao, 30 May 2022, https://www.phakhaolao.la/kb/0001427.
Chicago 17th ed. Pha Khao Lao. 2022. "ນາກໃຫຍ່ທາໍມະດາ / Eurasian Otter." Published May 30, 2022. https://www.phakhaolao.la/kb/0001427.
Lutra vulgaris Erxleben, 1777
ຊື່ສາມັນ: Eurasian otter, European otter, Eurasian river otter, common otter ແລະ Old World otter.
ຫົວ ແລະ ລາວຍາວ: 54–74 ຊມ. ຫາງຍາວ: 37-48 ຊມ. ເປັນນາກຊະນິດໃຫຍ່, ມີຂົນສັ້ນ ແລະ ຍາວປົນກັນ, ປາຍຂົນມີລັກສະນະເປັນສີຂາວ, ດ້ານທ້ອງມີສີຈາງກວ່າດ້ານຫຼັງ, ເຂດຄໍ ແລະ ເອິກເຂດເທິງມີລັກສະນະເປັນສີຂາວ. ພວກມັນມີດັງເປືອຍ, ຫົວຂອງສັດເພດຜູ້ທີ່ມີອາຍຸແກ່ຈະມີລັກສະນະເກືອບຊື່ຖ້າທຽບໃສ່ຫົວຂອງນາກໃຫຍ່, ຂົນລຽບ, ຫົວມີລັກສະນະມົນກວ່າ ແລະ ຫາງຂອງມັນມີລັກສະນະແປ ແຕ່ນາກໃຫຍ່ຂົນລຽບຫາງມີລັກສະນະຄືໄມ້ພາຍ.
ອຸປະໄສ: ພວກມັນຢູ່ໃກ້ໆກັບດິນທາມ ເຊິ່ງເປັນບ່ອນທີ່ພວກມັນຫາກິນປາ, ປູ, ຫອຍ, ກຸ້ງ ແລະ ກົບຂຽດ. ບາງຄັ້ງຄາວພົບຢູ່ໄກຈາກບ່ອນນໍ້າ.
ຖິ່ນອາໄສ: ພົບຕາມແມ່ນ້ຳ, ໜອງນ້ຳ, ບາງເທື່ອອາດພົບຢູ່ເຂດພູຢູ່ພາກເໜືອຂອງລາວ, ມີການລາຍງານຈາກແຂວງຜົ້ງສາລີເທົ່ານັ້ນ ແລະ ນັບແຕ່ປີ 1929 ແມ່ນບໍ່ມີການລາຍງານເລີຍ, ປະຈຸບັນຖືວ່າເປັນສັດທີ່ຫາຍາກ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານໄດ້.
ການປະສົມພັນ: ການປະສົມພັນເກີດຂຶ້ນໃນນ້ຳ ແລະ ສາມາດປະສົມພັນໄດ້ຕະຫຼອດທຸກລະດູການ, ພົບວ່າລະດູການປະສົມພັນແມ່ນຈະຂຶ້ນກັບວຸດທິ ຫຼື ອາຍຸ ແລະ ສະລິລະທາງກາຍະພາບຂອງມັນ. ນາກໂຕແມ່ຈະຂະຫຍາຍຕົວເຕັມທີ່ເມື່ອອາຍຸຢູ່ລະຫວ່າງ 18-24 ເດືອນ ແລະ ອາຍຸສະເລ່ຍຂອງການປະສົມພັນແມ່ນ 21 ເດືອນ/ 2 ປີ. ອາຍຸການຖືພາຂອງນາກສະເລ່ຍຢູ່ທີ່ 60-64 ວັນ ຫຼື ມີນ້ຳໜັກປະມານ 10% ຂອງນ້ຳໜັກແມ່. ເມື່ອເກີດອອກມາຈະມີປະມານ 1-4 ຕົວ ແລະ ຈະໄດ້ຮັບການເບື່ອງແຍງຈາກແມ່ເປັນເວລາປະມານ 13 ເດືອນ. ໂຕຜູ້ບໍ່ມີບົດບາດໃນການເບີ່ງແຍງລູກ.
ສະພາບການອະນຸລັກ: IUCN: ໃກ້ຈະຖືກໄພຂົ່ມຂູ່ລະດັບໂລກ.