ຫມາລື່ງນ້ອຍ / Small-toothed Ferret Badger

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Melogale moschata (Gray, 1831) / Mustelidae
ຊື່ພ້ອງ
ຊື່ອື່ນ
ໄທ: ໝາຫຼິ່ງຈີນ.
ຊື່ສາມັນ: Chinese ferret-badger ແລະ small-toothed ferret-badger.
ຈີນ: 鼬獾屬.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

      ຫົວ ແລະ ລໍາຕົວຍາວ: 33–39 ຊມ. ຫາງຍາວ: 14-21 ຊມ.      ຖ້າເບິ່ງແບບຜີວເຜີນແລ້ວໝາລື່ງນ້ອຍກໍ່ຄ້າຍຄືກັບສັດຈໍາພວກຈອນຟອນ, ສິ່ງທີ່ໂດດເດັ່ນທີ່ສຸດໄດ້ແກ່ລັກສະນະຂອງແຂ້ວ, ລັກສະນະພາຍນອກດັ່ງກ່າວຍັງລວມທັງພວກມັນມີໜ້າກາກສີຂາວ, ດໍາ ແລະ ໂດຍທົ່ວໄປມີຫົວເປັນສີດຳ, ມີແຖບສີຂາວລະຫວ່າງຕາທັງສອງ ແລະ ແຖບສີຂາວດ້ານຫຼັງຂອງຫົວຈົນຮອດກາງຫຼັງ, ຂາຂອງມັນສັ້ນ.

      ອຸປະໄສ: ເປັນສັດຫາກິນກາງຄືນ, ແຕ່ອອກຫາກິນແຕ່ເຊົ້າ ແລະ ຕອນຫົວຄ່ຳ. ເປັນສັດທີ່ຢູ່ຕາມພື້ນດິນເປັນສ່ວນຫຼາຍ, ແຕ່ບາງຄັ້ງຄາວສາມາດປີນຕົ້ນໄມ້ໄດ້. ພວກມັນກິນຕັກແຕນ, ແມງໄມ້ ແລະ ຂີ້ກະເດືອນເປັນອາຫານ.

     ຖິ່ນອາໄສ: ບໍ່ທັນຮູ້ແຈ້ງ. ອີງຕາມຄວາມເປັນມາຂອງການບັນທຶກຈາກຊຽງຂວາງ ແລະ ຜົ້ງສາລີ. ປະຈຸບັນບໍ່ທັນມີລາຍງານ.

     ການສືບພັນ: ໝາລື່ງຈະເລີ່ມປະສົມພັນໃນຊ່ວງເດືອນ ມີນາ ແລະ ໂຕແມ່ຈະເກີດລູກໃນຊ່ວງເດືອນ ພຶດສະພາ ໂດຍຈະໄດ້ລູກເຖິງ 3 ໂຕ. ລູກເກີດໃໝ່ຕາຈະບອດ ແລະ ມີຂົນຍາວ, ມີລວດລາຍສີດຽວກັບຕົວເຕັມໄວ ແລະ ຈະລືມຕາເມື່ອມີອາຍຸໄດ້ 2 ອາທິດ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານໄດ້.

 

ການປະກອບສ່ວນ