ຫມາລື່ງ / Large-toothed Ferret Badger

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Melogale personata I. Geoffroy Saint-Hilaire, 1831 / Mustelidae
ຊື່ພ້ອງ
ຊື່ອື່ນ
ໄທ: ໝາຫຼິ່ງພະມ້າ.
ຊື່ສາມັນ: Ferret badger, Burmese ferret-badger ແລະ Large-toothed ferret-badger.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ຫົວ ແລະ ລໍາຕົວຍາວ: 33-39 ຊມ. ຫາງຍາວ: 14–24 ຊມ.      ຖ້າເບິ່ງແບບຜິວເຜີນແລ້ວຕົວໝາລື່ງມີຄວາມຄ້າຍຄືກັບສັດພວກຈອນຟອນ, ສັດພວກນັ້ນມີໜ້າກາກເປັນສີຂາວດຳ, ໂດຍທົ່ວໄປແລ້ວພວກມັນບໍ່ມີຄວາມແຕກຕ່າງຈາກໝາລື່ງນ້ອຍ ພຽງແຕ່ມີຂະໜາດນ້ອຍກວ່າ ແລະ ມີພຶດຕິກໍາຕ່າງຈາກເຫງັນເຄືອ ເພາະຂົນຢູ່ຫົວສີດຳ, ພວກມັນມີແຖບສີຂາວລະຫວ່າງຕາທັງສອງ ແລະ ແຖບສີຂາວດ້ານຫຼັງຂອງຫົວຈົນຮອດກາງຫຼັງ. ສັດດັ່ງກ່າວມີຂາສັ້ນ.

       ອຸປະນິໄສ: ປົກກະຕິເປັນສັດຫາກິນກາງຄືນ, ແຕ່ຢ່າງໃດກໍ່ຕາມມັນສາມາດຫາກິນ ຫຼື ອອກເຄື່ອນໄຫວໃນຕອນເຊົ້າໆ ແລະ ຕອນຫົວຄໍ່າ, ມັນເປັນສັດທີ່ຢູ່ຕາມດິນຫຼາຍກວ່າ ແຕ່ພວກມັນກໍ່ສາມາດປີນຕົ້ນໄມ້ໄດ້ດີ, ພວກມັນກິນຕັກແຕນ, ແມງໄມ້ ແລະ ຂີ້ກະເດືອນເປັນອາຫານ.

      ຖິ່ນອາໄສ: ອາດມີຢູ່ລາວ (ບໍ່ທັນມີຂໍ້ມູນລະອຽດ) ບັນທຶກຈາກເຂດປ່າປ້ອງກັນເຂດພູຫີນປູນ ແລະ ພູພຽງບໍລິເວນ, ປະຈຸບັນຍັງມີຂໍ້ມູນຈາໍກັດ. 

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານ.
ການປະກອບສ່ວນ