ໝູລຶ້ງ / Hog Badger

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Arctonyx collaris/Mustelidae
ຊື່ພ້ອງ
Arctonyx collaris collaris F. G. Cuvier, 1825
Arctonyx collaris consul Pocock, 1940
Arctonyx collaris dictator Thomas, 1910
Arctonyx dictator Thomas, 1910
Arctonyx annaeus Thomas, 1921
Arctonyx collaris nemaeus
ຊື່ອື່ນ
ໄທ: ໝູຫຼິ່ງ ຫຼື ໝູດິນ.
ຊື່ສາມັນ: greater hog badger ແລະ Hog Badger.
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

ຫົວ ແລະ ລໍາໂຕຍາວ: 65-104 ຊມ. ຫາງຍາວ: 12-17 ຊມ. ເປັນສັດລ້ຽງລູກດ້ວຍນ້ຳນົມຂະໜາດກາງຊະນິດໜຶ່ງ, ປັດຈຸບັນນັບວ່າເປັນສິ່ງທີ່ມີຊີວິດຊະນິດດຽວທີ່ຍັງເຫຼືອຢູ່ໃນສະກຸນ Arctonyx. ລຳຕົວມີຂະໜາດໃຫຍ່, ມີດັງຄ້າຍຄືດັງໝູ ແລະ ຫາງສັ້ນ, ມີຂົນເປັນປຸ້ມ, ມີສີເຫຼືອງອ່ອນ, ສີເທົາ ຫຼື ດຳຈາງ, ພາກສ່ວນລຸ່ມ ແລະ ຂາມີສີດຳ. ໜ້າມີລັກສະນະຄື: ໜ້າຜາກ ແຖບລາຍສີດຳລາມຈາກຫູໄປຈົນເຖິງຕາ, ສູນກາງເສັ້ນລາຍຢູ່ໜ້າເອິກຍາວໄປຈົນເຖິງຮີມສົບເບື້ອງເທິງ, ຄໍມີສີຂາວ. ຕີນໃຫຍ່, ຍາວ ແລະ ກົ່ງ, ມີເລັບສີຂາວ.
      ອຸປະນິໄສ: ສ່ວນຫຼາຍມັກເຄື່ອນໄຫວຫາກິນຕອນເຊົ້າ, ຕອນກາງຄືນບໍ່ເຄື່ອນໄຫວເຊັ່ນດຽວກັນ. ອາໄສຢູ່ຕາມໜ້າດິນ, ບໍ່ເຄີຍພົບເຫັນພວກມັນປີນຕົ້ນໄມ້, ແລ່ນຕາມຕົ້ນໄມ້. ນອນໃນໂຜ້ງຕາມດິນ ຫຼື ຕາມຫຼືບຫີນ. ມັກກິນສັດຈໍາພວກຂີ້ກະເດືອນ.
      ຖິ່ນອາໄສ: ພົບໃນທຸກສະພາບປ່າໃນທົ່ວຂົງເຂດ ແລະ ທຸກລະດັບຄວາມສູງ.

ບັນຍາຍການນຳໃຊ້

ອາຫານ:
    ຊີ້ນ: ໃຊ້ເປັນອາຫານໄດ້. ສະໄໝກ່ອນຄົນເຮົາໃຊ້ປະໂຫຍດຈາກໝູລຶ້ງດ້ວຍການນຳມາສະກັດເອົານ້ຳມັນໄວ້ປຸງແຕ່ງອາຫານ.
ຄວາມສຳຄັນຕໍ່ລະບົບນິເວດ:
    ໝູລຶ້ງເປັນຕົວຊ່ວຍໃນການກະຈາຍພັນຂອງໝາກໄມ້ປ່າໃນລະບົບນິເວດ ແລະ ຍັງຊ່ວຍຄວບຄຸມຈຳນວນປະຊາກອນຂອງສັດໜ້າດິນທີ່ເປັນອາຫານຂອງພວກມັນ. ສະຫຼຸບໄດ້ວ່າໝູລື້ງມີປະໂຫຍດຕໍ່ລະບົບນິເວດ, ຊ່ວຍຮັກສາຄວາມສົມດູນໃຫ້ກັບທຳມະຊາດໄດ້ເປັນຢ່າງດີ.

ການປະກອບສ່ວນ