ໝາໄມ້ / Yellow-throated marten

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Martes flavigula Boddaert, 1785 / Mustelidae
ຊື່ພ້ອງ
ຊື່ອື່ນ
ໄທ: ໝາໄມ້
ຊື່ສາມັນ: yellow-throated marten.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ຫົວ ແລະ ລໍາຕົວຍາວ: 45-60 ຊມ. ຫາງຍາວ: 38-43 ຊມ.      ສິ່ງທີ່ຊີ້ບອກຄວາມແຕກຕ່າງຈາກສັດຈຳພວກຈອນພອນຊະນິດອື່ນ ໂດຍ ມີຂະໜາດລຳໂຕໃຫຍ່, ຂາຍາວ, ເຄື່ອນທີ່ດ້ວຍການກະໂດດ ແລະ ມີລັກສະນະສະເພາະຄື: ຄາງມີສີເຫຼືອງຈາງ, ໜ້າເອິກສ່ວນເທິງມີ ສີເຫຼືອງເຂັ້ມ, ຫຼັງມີຫຼາຍສີແຕກຕ່າງກັນ, ມີສີນ້ຳຕານປົນເຫຼືອງໄປຈົນເຖິງສີເຫຼືອງເຂັ້ມ. ພວກມັນມີຫາງຍາວ, ກ້າມເນື້ອແຂງແຮງ, ມີສີດຳ, ເຊິ່ງເປັນສິ່ງທີ່ບົ່ງບອກເຖິງການອາໄສຢູ່ເທິງຕົ້ນໄມ້, ໂດຍທົ່ວໄປຂາຈະມີສີນ້ຳຕານເຂັ້ມ.

      ອຸປະນິໄສ: ຕົ້ນຕໍເປັນສັດທີ່ມີການເຄື່ອນໄຫວຫາກິນຕອນກາງເວັນ, ໃຊ້ຊີວິດຢູ່ທັງໜ້າດິນ ແລະ ເທິງຕົ້ນໄມ້, ເປັນທີ່ໜ້າສັງເກດພວກມັນບໍ່ສູ້ຈະແລ່ນຕາມຕົ້ນໄມ້. ມັກພົບເຫັນມີການລ່າເຫຍື່ອເປັນຄູ່, ກິນອາຫານຫຼາກຫາຍ, ກິນທັງພືດ ແລະ ສັດ. 

      ຖິ່ນອາໄສ: ພົບໃນທຸກສະພາບປ່າ, ທຸກຂົງເຂດທີ່ມີລະດັບຄວາມສູງ ຈາກໜ້ານ້ຳທະເລແຕ່ຕ່ຳຈົນສູງເຖິງ 2,200 ມ. ພວກມັນຍັງມີຈໍານວນຫຼາຍ ແລະ ພົບເຫັນຢູ່ຢ່າງສະໝ່ຳສະເໝີ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານ.

ຄຸນປະໂຫຍດ: ມີຄວາມສຳຄັນຫຼາຍຕໍ່ລະບົບຕ່ອງໂສ້ອາຫານໃນທຳມະຊາດ ແລະ ຊ່ວຍປັບລະດັບຄວາມສົມດຸນຂອງລະບົບນິເວດ

ການປະກອບສ່ວນ