ຈອນຟອນຄໍເຫຼືອງ / Yellow-bellied Weasel

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Mustela kathiah Hodgson, 1835 / Mustelidae
ຊື່ພ້ອງ
ຊື່ອື່ນ
ໄທ: ພັງພອນສີເຫຼືອງ.
ຊື່ສາມັນ: yellow-bellied weasel.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

      ຫົວ ແລະ ລຳຕົວຍາວ: 22-27 ຊມ. ຫາງຍາວ: 12-19 ຊມ.     ເປັນສັດກິນຊີ້ນທີ່ມີຂະໜາດກາງ, ລຳຕົວມີຂົນຫຸ້ມຢ່າງໜາແໜ້ນ, ພາກສ່ວນກາງຫຼັງມີສີນ້ຳຕານເຂັ້ມ, ພາກສ່ວນລຸ່ມ (ສ່ວນທ້ອງ) ເປັນສີເຫຼືອງເຂັ້ມ, ມີຫຼາຍສີທີ່ຊັດເຈນກວ່າຈອນຟອນສັນຫຼັງຂາວ. ຫາງມີສີດຽວກັບລຳຕົວ, ຍາວຊັດສ່ວນຂ້ອນຂ້າງຍາວກ່ວາຊະນິດອື່ນ ແລະ ປາຍຫາງມີລັກສະນະເປັນປຸ້ມ.

      ອຸປະນິໄສ: ສ່ວນຫຼາຍແມ່ນອາໄສຢູ່ຕາມໜ້າດິນ, ໂດຍທົ່ວໄປຈະເຄື່ອນໄຫວ ແລະ ໃຊ້ຊີວິດຕອນກາງເວັນ. ພວກມັນກິນອາຫານໄດ້ຫຼາກຫຼາຍເຊັ່ນ: ສັດເລັມແຫ້ນ, ນົກນ້ອຍ, ສັດເລືອຄານ, ສັດເຄິ່ງບົກເຄິ່ງນ້ຳ ແລະ ແມງໄມ້.

      ຖິ່ນອາໄສ: ພົບເຫັນຕາມບໍລິເວນພູເຂົາ, ຮ່ອມເຫວ, ທັງໃນປ່າ ແລະ ສາມາດພົບເຫັນໃນເຂດພູມມີປະເທດທີ່ເຊື່ອມໂຊມອັນກວ້າງໃຫຍ່. ພົບເຫັນຕາມເຂດພູພຽງບໍລະເວນ ຄືກັນກັບທີ່ພົບເຫັນຢູ່ແຂວງຜົງສາລີ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານທີ່ນິຍົມຂອງປະຊາຊົນທ້ອງຖິ່ນ.

ສິນຄ້າ: ບາງຕະຫຼາດໃນທ້ອງຖິ່ນຍັງພົບວ່າມີການນຳຈອນຟອນມາວາງຂາຍ. 

ການປະກອບສ່ວນ