ຈອນຟອນສັນຫຼັງຂາວ / Back-striped weasel
APA 6th ed. ຈອນຟອນສັນຫຼັງຂາວ / Back-striped weasel. (2022, May 5). Retrieved from https://www.phakhaolao.la/kb/0001420
MLA 8th ed. ຈອນຟອນສັນຫຼັງຂາວ / Back-striped weasel. Pha Khao Lao, 5 May 2022, https://www.phakhaolao.la/kb/0001420.
Chicago 17th ed. Pha Khao Lao. 2022. "ຈອນຟອນສັນຫຼັງຂາວ / Back-striped weasel." Published May 5, 2022. https://www.phakhaolao.la/kb/0001420.
ຊື່ສາມັນ: back-striped weasel ແລະ stripe-backed weasel.
ຫົວ ແລະ ລຳຕົວຍາວ: 27-32 ຊມ. ຫາງຍາວ: 14-20 ຊມ. ເປັນສັດກິນຊີ້ນຂະໜາດປານກາງ, ລຳຕົວ, ຫາງ, ແລະ ຂາມີສີນ້ຳຕານເຖິງສີນ້ຳຕານແດງ. ຫົວມີຂາວຈາງ, ມີເສັ້ນລາຍສີນ້ຳເງິນປົນຂາວລາມລົງມາຮອດກາງຫຼັງ. ພື້ນທ້ອງເປັນສີເຫຼືອງອ່ອນ ຫຼື ສີຂາວອ່ອນ, ລາມຍາວໄປຮອດຄໍ, ຄາງ, ແກ້ມ ແລະ ຮິມປາກເບື້ອງເທິງ.
ອຸປະນິໄສ: ຫາກິນຕອນກາງເວັນ ແລະ ອາໄສຢູ່ຕາມພື້ນດິນ, ກິ່ງງ່າໄມ້ທີ່ຫັກລົງ ແລະ ຂອນໄມ້ຕາມພື້ນປ່າ.
ຖິ່ນອາໄສ: ອາໄສຢູ່ຕາມເຂດພູສູງ, ຕ່ຳ, ຮ່ອມພູ ແລະ ເທິງພູ. ພົບພຽງ 1-2 ບ່ອນໃນເຂດພາກເໜືອ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານທີ່ດີສຳລັບເຂດຊຸມຊົນໃນທ້ອງຖິ່ນ.
ສິນຄ້າ: ຍັງພົບເຫັນວ່າມີການວາງຂາຍຕາມຕະຫຼາດທ້ອງຖິ່ນ.