ປີງຄວາຍ / Asian Buffalo leech
APA 6th ed. ປີງຄວາຍ / Asian Buffalo leech. (2022, October 13). Retrieved from https://www.phakhaolao.la/kb/0001419
MLA 8th ed. ປີງຄວາຍ / Asian Buffalo leech. Pha Khao Lao, 13 October 2022, https://www.phakhaolao.la/kb/0001419.
Chicago 17th ed. Pha Khao Lao. 2022. "ປີງຄວາຍ / Asian Buffalo leech." Published October 13, 2022. https://www.phakhaolao.la/kb/0001419.
ຈີນ: 水蛭.
ປີງເປັນສັດບໍ່ມີກະດູກສັນຫຼັງ, ເປັນສັດສອງເພດ ຫຼື ກະເທີຍ ເພາະມີທັງເພດຜູ້ ແລະ ເພດແມ່ໃນໂຕດຽວກັນ, ສ່ວນຫຼາຍອາໃສ່ຢູ່ນ້ຳຈືດ ມີບາງຊະນິດທີ່ພົບຢູ່ເທິງບົກ ແລະ ໃນແຫຼ່ງນ້ຳເຄັມ, ດຳລົງຊິວິດເປັນແບບອີງອາໄສຊົ່ວຄາວ, ດູດເລືອດສັດອື່ນເປັນອາຫານ. ລຳໂຕຍາວຕັ້ງແຕ່ 0,5-10 ຊມ, ລຳໂຕມີປ້ອງທີ່ສາມາດເຫັນໄດ້ຊັດເຈນ, ມີຈຳນວນປ້ອງພາຍນອກລຳໂຕ ແລະ ພາຍໃນບໍ່ເທົ່າກັນ, ປ້ອງພາຍນອກລຳໂຕມີປະມານ 102 ປ້ອງ, ປ້ອງພາຍໃນລຳໂຕມີປະມານ 32 ປ້ອງ, 4 ປ້ອງດ້ານໜ້າຈະເປັນຫົວ, ສີນ້ຳຕານ ຫຼື ສີດຳ, ມີສະໝອງຢູ່ສວນໜ້າ ແລະ ມີປາກທີ່ມີອະໄວຍະວະດູດຍຶດຂະໜາດໃຫຍ່, ຖັດມາອີກ 21 ປ້ອງ, ຈະເປັນຊ່ວງລຳໂຕເຊິ່ງເປັນປົມປະສາດຢູ່ຕະຫຼອດລຳໂຕ ແລະ ມີອະໄວຍະວະສືບພັນ, ອີກ 7 ປ້ອງສຸດທ້າຍຈະເຊື່ອມເຂົ້າກັນ, ມີສະໝອງສ່ວນທ້າຍ ແລະ ມີອະໄວຍະວະຍຶດເກາະສ່ວນທ້າຍລຳໂຕ.
ເອັນໄຊ໌ມ ແລະ ສານປະກອບທີ່ທີພົບນ້ຳລາຍຂອງປີງທີ່ໃຊ້ຮັກສາພະຍາດໄດ້:
- Hirudin: ມີສັບພະຄຸນຊ່ວຍໃນການຢັບຢັ້ງການແຂງຕົວຂອງເລືອດໂດຍຈັບກັບ thrombin
- Calin: ຊ່ວຍຢັບຢັ້ງການແຂງຕົວຂອງເລືອດ ແລະຢັບຢັ້ງການຕົກຕະກອນຂອງເກັດເລືອດທີ່ເປັນຄໍລາເຈນ
- Destabilase: ມີສັບພະຄຸນກ່ຽວກັບການຈື່ຈຳ, ຊ່ວຍລະລາຍ Destabilase ທີ່ຈະເຮັດໃຫ້ເກີດຫຼິ່ມເລືອດ
- Hirustasin: ຊ່ວຍຢັບຢັ້ງ trypsin ແລະ chymotrypsin
- Bdellins: ຊ່ວຍຕ້ານການອັກເສບ, ຢັບຢັ້ງທຣິບຊີນ (trypsin), plasmin ແລະ acrosin
- Hialuronidase:ເປັນສານປະຕິຊີວະນະ (antibiotic)
- Tryptase inhibitor: ຢັ້ບຢັ້ງເອັນໄຊມ໌ proteolytic enzyme ໃນ mast cell ຂອງເຈົ້າກາຝາກ
- Eglins: ຕ້ານການອັກເສບ, ຢັ້ບຢັ້ງການຂະຫຍາຍຕົວຂອງແອນຟາໄຄຣໂມທຣິບຊິນ ແລະ chymase
- Carboxipeptidase A inhibitors: ເພີ່ມການໄຫຼວຽນຂອງເລືອດໃນບໍລິເວນທີ່ຖືກດູດ
- Carboxipeptidase A inhibitors: ຊ່ວຍເຮັດໃຫ້ຫຼອດເລືອດຂະຫຍາຍຕົວ
- Histaminelike substances: ຊ່ວຍໃນການໄຫຼວຽນຂອງເລືອດ ແລະ ການຂະຫຍາຍຕົວຂອງຫຼອດເລືອດໄດ້ດີ.
- Acetylcholine: ເຮັດໃຫ້ຫຼອດເລືອດຂະຫຍາຍ
- Anesthetics substance: ເປັນຢາຊາ.
ສັບພະຄຸນ:
- ຊ່ວຍກຳຈັດການແຂງຕົວຂອງເລືອດພາຍໃນຮ່າງກາຍ, ຊ່ວຍຂັບປະຈັບເດືອນ, ມີກ້ອນເລືອດຂັງໃນທ້ອງ, ໃນກໍລະນີໄດ້ຮັບບາດເຈັບ ຫຼື ຕົກເລືອດພາຍໃນ,
ຂໍ້ຄວນລະວັງ:
- ຫ້າມໃຊ້ໃນແມ່ຍິງຖືກພາ
ສິນຄ້າ: ປັດຈຸປັນປິງຖືເປັນສິນຄ້າທີ່ມີລາຄາແພງ ແລະ ຫາຍາກຢ່າງໜຶ່ງເນື່ອງຈາກມີປະລິມານຂອງປະຊາກອນຫຼຸດລົງເພາະການຫາເພື່ອຂາຍອອກຂອງປະຊາຊົນຢ່າງກວ້າງ.