ຈອນຟອນ / Siberian Weasel

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Mustela sibirica Pallas, 1773 / Mustelidae
ຊື່ພ້ອງ
ຊື່ອື່ນ
ໄທ: ພຽງພອນໄຊບີເຣຍ ແລະ ພຽງພອນ.
ຊື່ສາມັນ: Siberian weasel ແລະ kolonok.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ຈອນພອນ, ໝາປ່າ, ໜູລື່ງ ແລະ ຈຳພວກນາກ: ຕະກູນ Mustelidae - ເປັນຕະກຸນໃຫຍ່ຂອງສັດກິນຊີ້ນ ແລະ ສັດກິນທັງຫຍ້າ ແລະ ຊີ້ນ. ຈອນພອນ ແລະ ໝາປ່າ (ຕະກູນຍ່ອຍ Mustelinea) ເປັນສັດເຂດ Holirctic ເຊິ່ງເປັນຕົວແທນຢູ່ໃນເຂດອາກາດອົບອຸ່ນ ແລະ ເຂດທະວີບ (Neotropic ແລະ Oriental ໃນນັ້ນລວມທັງເຂດອິນໂດມາລາຢານ. ພວກມັນມີລຳຕົວຈ່ອຍຍາວ ແລະ ມີຂາສັ້ນແຂງແຮງ ເຊິ່ງເໝາະກັບການຫາກີນຕາມພື້ນດິນ, ພວກມັນຍັງເປັນສັດທີ່ມີ ການເຄື່ອນໄຫວໄດ້ຢ່າງຄ່ອງແຄ້ວວ່ອງໄວ. ຫົວຂອງມັນແປເປັນລັກສະນະຮູບ 4 ຫຼ່ຽມ. ພວກມັນມັກນັ່ງດ້ວຍຂາຂອງມັນເອງ. ໃນໂລກມີປະມານ 21 ຊະນິດ, 7 ສະກຸນ ຢູ່ ສປປ ລາວ ມີ 4 ຊະນິດ, 2 ສະກູນ.

      ນາກ (ຕະກູນຍ່ອຍ Lutrinae) ເປັນມັກຫາກີນຕາມແມ່ນ້ຳ (semi-aquatic) ແລະ ສັງເກດຈາກການກິນປາເປັນອາຫານ. ມີຂາສັ້ນ ແລະ ມີຫາງຍາວ ປະກອບດ້ວຍຊີ້ນ, ທຸກຊະນິດມີຕີນເປັນແຜ່ນ, 3 ຊະນິດທີ່ພົບໃນ ສປປ ລາວ ບໍ່ມີດັງຍາວ. ໃນໂລກມີ 14 ຊະນິດ, ຢູ່ ສປປ ລາວມີ 3 ສະກຸນ ແລະ 3 ຊະນິດ.

1. ຈອນຟອນ/Mustela sibirica

      ຫົວ ແລະ ລໍາຕົວຍາວ: 27-30 ຊມ. ຫາງຍາວ: 13-15 ຊມ

      ເປັນສັດມີຮູບຮາງກົມຍາວ, ຂະໜາດປານກາງຄືກັບນາກ, ມີຫຼາກຫຼາຍສີທີ່ເປັນສີລ້ວນ ນັບແຕ່ສີຄໍາ, ສີແດງ ຫຼື ນໍ້າຕານເຂັ້ມ, ປາກ ແລະ ດັງມີສີຂາວ ທີ່ບົ່ງບອກເຖິງຄວາມຫຼາກຫຼາຍ ແລະ ປະສົມປະສານກັບມີຮອຍໝາຍສີດໍາ. ຫາງຂ້ອນຂ້າງກົມຍາວຄ້າຍຄືສໍຂຽນ.

      ອຸປະນິໄສ: ສ່ວນໃຫຍ່ເຄື່ອນໄຫວຕອນກາງເວັນ, ລ່າເຫຍື່ອຈໍາພວກສັດມີກະດູກສັນຫຼັງຂະໜາດນ້ອຍ ແລະ ໂດຍສະເພາະແມ່ນສັດຈຳພວກເລັມແຫ້ນ.

      ຖິ່ນອາໄສ: ມັກອາໄສຢູ່ປ່າເຂດພູສູງ ແລະ ຕ່ຳ, ໂດຍລວມແລ້ວແມ່ນດໍາລົງຊີວິດຕາມພູ. ມີການຢືນຢັນວ່າມີສະເພາະແຕ່ຢູ່ພາກກາງຂອງ ສປປ ລາວ ໃນເຂດປ່າສະຫງວນນາກາຍ-ນໍ້າເທີນ, ແຕ່ບາງທີອາດພົບເຫັນຢູ່ບໍລິເວນອື່ນອີກທີ່ກວ້າງອອກໄປກວ່ານີ້. 

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານທີ່ຫາກິນໄດ້ຍາກ.

ສິນຄ້າ: ພົບຂາຍເປັນສິນຄ້າຕາມທ້ອງຕະຫຼາດທ້ອງຖິ່່ນ. 

ການປະກອບສ່ວນ