ເຫມືອຍ / Sun Bear

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Helarctos malayanus (Raffles, 1821) / Ursidae
ຊື່ພ້ອງ
Malayan sun bear (H. m. malayanus) Raffles, 1821
Bornean sun bear (H. m. euryspilus) Horsfield, 1825
ຊື່ອື່ນ
ໄທ: ໝີໝາ ແລະ ໝີຄົນ.
ຊື່ສາມັນ: Sun bear.
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

       ຫົວ ແລະ ລໍາຕົວຍາວ: 100-140 ຊມ. ຫາງຍາວ: 37 ຊມ.

       ເປັນເໝືອຍຂະໜາດນ້ອຍມີຂົນສັ້ນສີດຳຫຸ້ມລຳຕົວ, ມີຮູບໂຕ “U“ ໝາຍອ້ອມຢູ່ບໍລິເວນປາກ ແລະ ດັງ, ເປັນສີຂາວຊີດທັງໃຫຍ່ ແລະ ໂດດເດັ່ນກວ່າໝີອາຊີພ້ອມທັງມີສີຂາວຢູ່ຂ້າງຕາຂະຫຍາຍກວ້າງອອກ, ມີຫູນ້ອຍ ແລະ ມົນ.

       ອຸປະນິໄສ: ອາດຈະພົບເຫັນເປັນຄູ່ ຫຼື ຢູ່ໂຕດຽວຄື່ອນໄຫວຕະຫຼອດເວລາທັງກາງເວັນ ແລະ ກາງຄືນ. ຂຶ້ນຕົ້ນໄມ້ເກັ່ງ ແລະ ປົກກະຕິຈະໃຊ້ຟຸ່ມປາຍໄມ້ເປັນບ່ອນເຮັດເຮືອນຮັງ, ເມື່ອສົມທຽບກັບໜີອາຊີແລ້ວເຫັນວ່າມີການກິນອາຫານຫຼາກຫຼາຍປະເພດກໍ່ເພາະວ່າກິນທັງເຜິ້ງ, ມົດ, ປວກ ແລະ ຂີ້ກະເດືອນ.

       ຖິ່ນອາໄສ: ພົບເຫັນໃນປ່າທຸກຊະນິດ ແລະ ແຕກຕ່າງລະດັບຄວາມສູງຈົນເຖິງ 1,680 ມ ຕະຫຼອດຮອດທົ່ງພຽງ, ປະຈຸບັນຈັດຢູ່ໃນສະພາບທີ່ຫາຍາກ.

ບັນຍາຍການນຳໃຊ້

ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.

ການປະກອບສ່ວນ