ໝີ / Asiatic Black Bear

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Ursus thibetanus G. Cuvier, 1823 / Ursidae
ຊື່ພ້ອງ
Selenarctos thibetanus
Ursus torquatus (Blandford 1888)
ຊື່ອື່ນ
ໄທ: ໝີຄວາຍ ແລະ ໝີດຳເອເຊຍ
ຊື່ສາມັນ: Asian black bear, Asiatic black bear, moon bear ແລະ white-chested bear
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

          ໝີ - Bears ຕະກຸນ Ursidue ເປັນສັດລ້ຽງລູກດ້ວຍນົມ ຂະໜາດໃຫຍ່, ມີນໍ້າໜັກຫຼາຍ, ຫາງສັ້ນ, ເປັນສັດທີ່ມີປະສາດຮັບສຳຜັດກິນດີ, ແຕ່ຄວາມສາມາດໃນການເບິ່ງເຫັນ ແລະ ໄດ້ຍິນສຽງໜ້ອຍ. ພວກມັນກິນທຸກຢ່າງເປັນອາຫານ, ທົ່ວໂລກມີ 8 ຊະນິດ, ສປປ ລາວ ມີ 2 ຊະນິດ.

ຫມີ/ Ursus thibetanus
      ຫົວ ແລະ ລໍາໂຕຍາວ: 120-150 ຊມ. ຫາງຍາວ: 6-10 ຊມ. ຈາກການຈັດຈຳແນກທີ່ຕ່າງໄປຈາກເໝືອຍຄື: ມີຂົນຍາວລຽບສີດໍາຫຸ້ມລຳໂຕ ແລະ ມີຫູຍາວມີພຽງບໍລະເວນປາກຫາຄາງກະໄຕເທົ່ານັ້ນທີ່ມີສີຂາວຈືດ, ໂຕເຕັມໄວຈະມີຂະໜາດໃຫຍ່ກວ່າເມືອຍ 2 ເທົ່າ. ມີຮູບໂຕ "v" ສີຂາວຢູ່ບໍລິເວນໜ້າເອິກ ແລະ ລາມລົງໄປເຖິງຂາໜ້າ.
      ອຸປະນິໄສ: ໂດຍທົ່ວໄປເປັນສັດທີ່ມັກຢູ່ໂດດດ່ຽວ, ຈະມີຄູ່ກໍ່ຕໍ່ເມື່ອໃນລະດູປະສົມພັນເທົ່ານັ້ນ. ຕາມທຳມະຊາດແລ້ວ ຈະອອກຫາກິນໃນເວລາກາງຄືນ, ແຕ່ກໍສາມາດພົບເຫັນຕອນກາງເວັນໃນເວລາທີ່ມີໝາກໄມ້ສຸກ. ໝີອາຊີປີນຕົ້ນໄມ້ເກັ່ງມັກຈະພົບເຫັນມັນປະຮອຍອົ້ງມືໄວ້ກັບລຳຕົ້ນໄມ້ ເຊິ່ງວ່າເປັນການຍາກທີ່ຈະຈຳແນກຄວາມແຕກຕ່າງກັບ ເໝືອຍ, ພວກມັນກໍລ້ວນແຕ່ເຮັດຮັງຢູ່ເທິງຕົ້ນໄມ້ຄືກັນ, ກິນອາຫານຫຼາກຫຼາຍຊະນິດເຊັ່ນ: ໝາກໄມ້, ຍອດໄມ້, ພວກສັດບໍ່ມີກະດູກສັນຫຼັງ ແລະ ສັດມີກະດູກສັນຫຼັງຂະໜາດນ້ອຍ.
     ຖິ່ນອາໄສ: ປະກົດເຫັນໃນປ່າປະສົມປ່ຽນໃບນັບແຕ່ທົ່ງພຽງຈົນເຖິງພູສູງລະດັບປານກາງ 2,190 ມ. ໃນທຸກຂົງເຂດ. ຈຳນວນນັບມື້ຫຼຸດລົງ ແລະ ກ້າວໄປສູ່ບ່ອນຫາຍາກໃນເຂດດັ່ງກ່າວ.
ສະພາບການອະນຸລັກ IUCN: ສັດເຫລົ່ານີ້ແມ່ນອ່ອນໄຫວຕໍ່ການຖືກກະທົບ

ບັນຍາຍການນຳໃຊ້

ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.

ການປະກອບສ່ວນ