ຫມາໄນ / Dhole

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Cuon alpinus (Pallas, 1811) / Canidae
ຊື່ພ້ອງ
C. a. adjustus
C. a. alpinus
C. a. fumosus
C. a. hesperius
C. a. laniger
C. a. lepturus
C. a. sumatrensis
C. a. antiquus
C. a. caucasicus
C. a. europaeus
ຊື່ອື່ນ
ໄທ: ໝາໃນ, ໝາປ່າເອເຊຍ ແລະ ໝາແດງ.
ຊື່ສາມັນ: Dhole, Asian wild dog, Asiatic wild dog, Indian wild dog, whistling dog, red dog ແລະ mountain wolf.
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

        ຫົວ ແລະ ລໍາຕົວຍາວ: 80-90 ຊມ. ຫາງຍາວ: 30-34 ຊມ.
        ມີຂະໜາດປານກາງຄ້າຍຄືກັບໝາ, ມີຂົນສີແດງຈາງອອກນ້ຳຕານ: ມັນມັກຖືກເອີ້ນຜິດຊື່ວ່າ "ໝາປ່າ" ແຕ່ມັນມີຄວາມຄ້າຍຄືກັບໝາບ້ານໜ້ອຍກວ່າຄືຄ້າຍໝາຈອກ ແລະ ມັນບໍ່ໄດ້ມີການພົວພັນກັນໂດຍກົງ, ມີຂົນສີແດງຈາງເທົ່ານັ້ນ ແລະ ກໍບໍ່ຄ່ອຍມີສີເທົາ, ທີ່ມີສີສັນເປັນລາຍຢູ່ບ່າໄຫຼ, ດັ່ງທີ່ພົບເຫັນໃນໝາຈິງຈອກອາຊີ. ຫາງຍາວເປັນປຸ້ມ ແລະ ມີສີດໍາເຂັ້ມ, ຕີນກໍ່ມີສີດໍາເຊັ່ນດຽວກັນ. ໝາໄນມີຄວາມແຕກຕ່າງກັບໜາຈໍາພວກຕະກູນ Canis ຢ່າງຂາດຂັ້ນ ເຊິ່ງບໍ່ສະແດງອອກເຖິງການເປັນຕົວແທນຂອງໝາ.
        ອຸປະນິໄສ: ຢູ່ເປັນກຸ່ມຜູ້ລ່າ, ມັກລວມກຸ່ມກັນແຕ່ 6 ຫາ 10 ໂຕ, ແຕ່ບາງທີກໍ່ມີເຖິງ 20 ໂຕ, ມັກອອກຫາກິນໃນຕອນຮຸ່ງເຊົ້າ ແລະ ຕອນຄ້ອຍຄ່ຳ. ຢ່າງໃດກໍ່ຕາມບາງທີກໍ່ມີການເຄື່ອນໄຫວຕະຫຼອດທັງກາງເວັນ ແລະ ກາງຄືນ, ຕາມປົກກະຕິແລ້ວຈະໃຊ້ເວລາໝົດມື້ເພື່ອການພັກຜ່ອນ. ພວກມັນລ່າສັດຕີນກີບຂະໜາດນ້ອຍຈົນເຖິງກວາງ Sambar ແລະ ໂດຍສະເພາະແມ່ນ ເຍືອງຜາເພື່ອເປັນອາຫານ.
        ສຽງຮ້ອງ ?
        ຖິ່ນອາໄສ: ມັກອາໄສຢູ່ປ່າບໍລິເວນທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ. ຈາກການບັນທຶກໄວ້ພົບໃນທຸກຂົງເຂດຂອງປະເທດ.
        ສະພາບການອະນຸລັກ: IUCN: ຢູ່ໃນຂັ້ນຄວາມສ່ຽງສູງ; CITES; ເບິ່ງໃນ ເອກະສານແນບທ້າຍ II.

ບັນຍາຍການນຳໃຊ້

ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.

ການປະກອບສ່ວນ