ຫມາຈອກ / Asiatic Jackal
APA 6th ed. ຫມາຈອກ / Asiatic Jackal. (2022, February 17). Retrieved from https://www.phakhaolao.la/kb/0001412
MLA 8th ed. ຫມາຈອກ / Asiatic Jackal. Pha Khao Lao, 17 February 2022, https://www.phakhaolao.la/kb/0001412.
Chicago 17th ed. Pha Khao Lao. 2022. "ຫມາຈອກ / Asiatic Jackal." Published February 17, 2022. https://www.phakhaolao.la/kb/0001412.
ຊື່ສາມັນ: golden jackal ແລະ Asiatic Jackal.
ຈໍາພວກສັດກິນຊີ້ນ - Meat-eating Mammals: ເຜົ່າ Carnivora
ເຜົ່ານີ້ປະກອບດ້ວຍກຸ່ມທີ່ມີການກໍານົດຢ່າງຊັດເຈນ. ປະກອບດ້ວຍຕະກຸນ, ໃນນັ້ນ 6 ຕະກຸນພົບເຫັນຢູ່ ສປປ ລາວ. ໃນນີ້ລວມມີ: ໝາ (Canidae), ໝີ (Ursidae), weasels, ນາກ ແລະ ໝາຈອກ (Mustelidae), ເຫງັນ (Viverridae), ຈອນພອນ (Herpestidae) ແລະ ແມວ (Felidae).
ຫມາຕະກຸນ Cannidae: ໝາທັງໝົດໄດ້ຖືກປັບສະພາບໃຫ້ແທດເໝາະສຳຫຼັບການລ່າໃນພື້ນທີ່ເປີດແປນ, ດັ່ງນັ້ນ, ພວກມັນຈຶ່ງເປັນທີ່ຫາຍາກໃນປ່າປະເພດຕຶບຫນາ. ຕາຂອງໝາມີແສງເຫຼື້ອມເປັນເລົ່າຄືກັບແສງໄຟສາຍ, ໝາທີ່ຄົນລ້ຽງກໍເຊັ່ນດຽວກັນ. ທົ່ວໂລກມີ 3 ຊະນິດ. ສຳລັບໃນ ສປປ ລາວ ມີ 2 ຊະນິດ.
1. ຫມາຈອກ / Canis aureus
ຫົວ ແລະ ລໍາຕົວ ຍາວ: 60-75 ຊມ. ຫາງຍາວ: 20-25 ຊມ. ເປັນໜາທີ່ມີຂະໜາດຂອງລຳຕົວນ້ອຍຄືກັບໝາບ້ານ (ໜາພື້ນເມືອງ) ຂອງອາຊີຕາເວັນອອກສຽງໃຕ້. ໂດຍທົ່ວໄປແລ້ວຈະມີຂົນສີເທົາຈາງອອກ, ສີນ້ຳຕານເຮັດໃຫ້ສາມາດຈຳແນກໝາຊະນິດນີ້ ຈາກໝາປ່າໃຫຍ່ໃນອິນເດຍ, ເຊິ່ງສ່ວນໃຫຍ່ແລ້ວຈະມີຂົນສີແດງຈາງເປັນລາຍທາງຂວາງ, ບາງໂຕຂົນຢູ່ພື້ນທ້ອງມີສີດຳໜ້ອຍຫນຶ່ງ ເຮັດໃຫ້ເປັນລວດລາຍ, ໝາປ່າອິນເດຍບໍ່ມີພາກສ່ວນນີ້. ຫາງເປັນພວງມີຂະໜາດເທົ່າກັບຫາງໝາບ້ານ, ມີສະເພາະສວນທີ່ 3 ເທົ່ານັ້ນມີສີດຳ ເຊິ່ງມີຂົນອ່ອນຫ້ອຍຢູ່ ແລະ ບໍ່ກູດ, ຢູ່ທາງປາຍໜາຂຶ້ນ. ດ້ານຫຼັງຂອງຫູຍັງມີສີສົ້ມອອກແດງອີກດ້ວຍ, ຂາໜ້າຕ່ຳ ແລະ ຢູ່ຫົວມັກມີລັກສະນະຄືມຸງກຸດ. ຕີນກໍ່ມີສີດໍາເຊັ່ນກັນ, ເປັນໝາບ້ານຊະນິດດຽວ, ໃນສະພາບທາໍມະຊາດຢູ່ລາວ, ເບິ່ງຄືວ່າຫມາຫ່າງໄກຈາກບ້ານ ແລະ ຈາກການຈັດຈໍາແນກສັງເກດເຫັນວ່າໝາຈອກແມ່ນມີຄວາມສ່ຽງຕໍ່ການຫາຍາກ ແລະ ໃກ້ຈະສູນພັນ.
ອຸປະນິໄສ: ສ່ວນຫຼາຍແມ່ນເຄື່ອນໄຫວໃນຕອນມີແສງສະຫວ່າງແຕ່ບາງທີກໍ່ເຄື່ອນໄຫວຕະຫຼອດທັງເວັນ ແລະ ຄືນ, ພົບທັງຢູ່ແບບໂດດດ່ຽວ ແລະ ຢູ່ເປັນຄູ່. ໃນການລ່າພວກມັນລ່າສັດລ້ຽງລູກດ້ວຍນ້ຳານົມຂະໜາດນ້ອຍກິນເປັນອາຫານໂດຍສະເພາະແມ່ນພວກສັດເລັມແຫ້ນ ແລະ ຊາກເສດສັດເນົ່າເປື່ອຍ.
ສຽງຮ້ອງ: ໝາຈອກຮ້ອງສຽງດັງຂຶ້ນ ສາມ ຫາ ສີ່ຄັ້ງຕາມລໍາດັບ ແລະ ຕາມດ້ວຍສຽງເຫົ່າໄວໆ 3 ຄັ້ງ.
ຖິ່ນອາໄສ: ສ່ວນຫຼາຍພົບໃນພູມມີປະເທດແບບເປີດແປນ, ໂດຍສະເພາະແມ່ນປ່າໂຄກທີ່ແຫ້ງແລ້ງ, ປະຈຸບັນພົບແຕ່ທາງພາກໃຕ້ແຕ່ກໍອາດຈະພົບໃນບໍລິເວນກວ້າງກວ່ານີ້.
ອາຫານ: ຊີ້ນໃຊ້ເປັນອາຫານທີ່ນິຍັມຮັບປະທານໃນເຂດຊົນນະບົດ, ເປັນຫວງຫ້າມຂອງ ສປປ ລາວ.