ປາຂ່າ / Irrawaddy Dolphin

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Orcaella brevirostris (Owen in Gray, 1866) / Delphinidae
ຊື່ພ້ອງ
ຊື່ອື່ນ
ໄທ: ໂລມາອີລະວະດີ ແລະ ໂລມາຫົວບາລາມີ.
ຊື່ສາມັນ: Irrawaddy dolphin.
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

      ປາວານ, ປາຂ່າ ແລະ ປາໂລມາ – Cetacea: ເຜົ່າ Cetacia
    ສັດໃນຕະກຸນນີ້ແບ່ງອອກເປັນ 3 ຕະກຸນຍ່ອຍຢ່າງຈະແຈ້ງ ຄື: Odonticeti (ປາວານມີແຂ້ວ), Mysticeti (ປາວານບາແລນ) ແລະ Archaeoceti (ສູນພັນໄປແລ້ວ, ພົບເຫັນສະເພາະແຕ່ເປັນ ຊາກຫີນເທົ່ານັ້ນ). ໃນກຸ່ມນີ້ເປັນສັດນ້ຳທັງໝົດ.
      1. ປາວານ – Toothed Whales: ຕະກູນຍ່ອຍ Odontoceti ປາວານມີຮູຫາຍໃຈທາງນອກ 1 ຮູ. ໃນນັ້ນມີ 6 ຕະກຸນເຊິ່ງປະກອບດ້ວຍ 33 ສະກຸນ ແລະ 66 ຊະນິດ, ຢູ່ ສປປລາວບໍ່ພົບໃນຕະກຸນນີ້.
      2. ປາຂ່າ - Dolphins: ຕະກຸນ Delphinidae, ປາຂ່າໂດຍສ່ວນຫຼາຍແລ້ວ ເປັນສັດທີ່ມີຂະໜາດຕົວນ້ອຍຫາປານກາງ, ປາກມີການຂະຫຍາຍຕົວດີ ແລະ ຢູ່ສ່ວນກາງແຫຼມ, ມີຄີຫຼັງ. ພວກມັນມີການແບ່ງໜ້າທີ່ຂອງແຂ້ວທັງສອງເບື້ອງຢ່າງຄັກແນ່. ຕະກຸນ Delphinidea ສ່ວນຫຼາຍອາໄສຢູ່ທະເລ, ປະກອບດ້ວຍ 17 ສະກຸນ ແລະ 32 ຊະນິດໃນທົ່ວໂລກ. ຢູ່ ສປປ ລາວ ມີ 1 ຊະນິດ.
      2.1 ປາຂ່າ/Orcaella brevirostris
       ຫົວ ເຖິງ ຫາງຍາວ: 2.0–2.7 ມ. ຫົວມີລັກສະນະສະເພາະຊົງກົມຄ້າຍຄືໝາກແຕງ, ແຂງແຮງ, ແຕ່ບໍ່ມີຈະງອຍປາກ, ຄີຫຼັງມີຮູບຮ່າງບໍ່ແນ່ນອນ ແຕ່ໂດຍສ່ວນໃຫຍ່ແລ້ວມີຮູບຮ່າງນ້ອຍ ແລະ ມົນ, ຈັບຂ້ອນໄປທາງຫຼັງ, ຫຼັງ ແລະ ຂ້າງມີສີເທົາຟ້າ, ທ້ອງມີສີເທົາຈາງ ຮູບຮ່າງຂອງລຳໂຕຍາວ, ກວ້າງມີຮູບຮ່າງຄືໄມ້ພາຍ. ພວກມັນມີການປ່ຽນແປງທີ່ສໍາຄັນ, ຈຳນວນແຂ້ວ 10 ຄູ່ໃນແຕ່ລະເບື້ອງ, ໂດຍທົ່ວໄປຈະມີແຂ້ວ 17-20 ຄູ່ຢູ່ຄາງກະໄຕແຕ່ລະເບື້ອງ.
       ອຸປະນິໄສ: ເປັນສັດທີ່ລອຍນ້ຳຊ້າຢ່າງສະບາຍສະບາຍ, ແຕ່ຈະມີການຫຼົບຫຼີກຢ່າງສະຫຼາດ ແລະ ຍາກທີ່ຈະເຂົ້າໃກ້.
       ສຽງຮ້ອງ: ?
       ຖິ່ນອາໄສ: ພົບເຫັນຕາມແມ່ນ້ຳໃຫຍ່. ຢູນ້ຳຈືດມີປະຊາກອນຂອງພວກ ມັນກຸ່ມໜື່ງທີ່ອາໄສຢູ່ຕາມລຳແມ່ນ້ຳຂອງບໍລິເວນຕອນໃຕ້ຂອງນ້ຳຕົກຕາດຄອນພະເພັງ, ເຊັ່ນດຽວກັນກັບແມ່ນ້ຳເຊກອງ, ອັດຕະປື ແລະ ຈຳປາສັກ. ປະຈຸບັນໄດ້ມີລາຍງານວ່າມີການສູນພັນໃນເຂດ ສປປລາວ. ອົງການອະນຸລັກໄດ້ປະເມີນທົ່ວໂລກ ໂດຍຈັດເປັນສັດທີ່ໃກ້ຈະສູນພັນສູງສຸດ.

© Roland Seitre / WWF
The construction of the Don Sahong dam threatens a key population of the endangered Irrawaddy dolphin. © Roland Seitre / WWF
ບັນຍາຍການນຳໃຊ້

ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.

ການປະກອບສ່ວນ