ຫອນ / Brush-tailed Porcupine

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Atherurus macrourus (Linnaeus, 1758) / Hystricidae
ຊື່ພ້ອງ
Hystrix macroura Linnaeus, 1758
ຊື່ອື່ນ
ໄທ: ອົ້ນຫາງພວງ.
ຊື່ສາມັນ: Brush-tailed Porcupine ແລະ Asiatic brush-tailed porcupine.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

     ຫົວ ແລະ ລໍາຕົວຍາວ: 38-52.5 ຊມ. ຫາງຍາວ: 14-22.5 ຊມ. ເປັນຫອນຂະໜາດນ້ອຍມີຫາງຍາວ, ຫອນມີປາຍຫາງທີ່ມີຂົນໜາມສີເຫຼືອງອ່ອນເປັນພົ້ວຄືກັນກັບຟອຍ. ຮູບຮ່າງລຳຕົວຍາວຮຽວຫຸ້ມດ້ວຍຂົນທີ່ເປັນໜາມລຽບແປເປັນສີຊອກໂກແລັດ ປົນເຈືອກັບສີນ້ຳຕານ ແລະ ສີຄີມ, ເຊິ່ງຈາກການຮວມກັນຂອງສີເຫຼົ່ານີ້ເຮັດໃຫ້ເໝືອນວ່າໝົດຕົວນັ້ນເປັນສີນໍ້າຕານ. ສ່ວນລຸ່ມຕົວເປັນສີເຫຼືອງຫົວຫຸ້ມດ້ວຍຂົນສີນ້ຳຕານລຽບໆ ແລະ ມີໜວດຍາວ.
     ອຸປະນິໄສ: ເປັນສັດທີ່ຫາກິນກາງຄືນ, ຕົ້ນຕໍແມ່ນຕາມໜ້າດິນ, ແຕ່ຫາກິນນໍາຕົ້ນໄມ້ເປັນບາງໂອກາດເທົ່ານັ້ນ, ມີຊີວິດຢູ່ຮ່ວມກັນເປັນກຸ່ມນ້ອຍໆລະຫວ່າງ 6 ຫາ 8 ໂຕໃນຮູໃຕ້ດິນ, ຫຼຸມເຫວ ຫຼື ໃນຖ້ຳ, ກິນຮາກໄມ້, ຫົວມັນ, ເປືອກໄມ້, ໝາກໄມ້ລົ່ນ ແລະ ທັງຊາກເສດທີ່ເໜົ່າເປື່ອຍຕ່າງໆ.
     ສຽງຮ້ອງ: ?
     ຖິ່ນອາໄສ: ພົບໃນປ່າທຸກຊະນິດທີ່ມີຄວາມສູງຈົນເຖິງ 1,780 ມ ໃນທົ່ວປະເທດ ແລະ ອາດຈະອາໄສຢູ່ໃນບໍລິເວນພື້ນທີ່ມີໂງ່ນຫີນພົ້ນຂຶ້ນມາ.

ບັນຍາຍການນຳໃຊ້

ອາຫານ: ຊີ້ນໃຊ້ເປັນອາຫານ.

ສິນຄ້າ: ພົບຂາຍຕາມຕະຫຼາດທ້ອງຖິ່ນ. 

ການປະກອບສ່ວນ