ບ່າງສີຂີ້ເຖົ່າ / Particolored flying squirrel

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Belomys pearsonii (Gray, 1842) / Sciuridae
ຊື່ພ້ອງ
Sciuropterus pearsonii Gray, 1842
Trogopterus pearsonii (Gray, 1842)
ຊື່ອື່ນ
ໄທ: ກະຣອກບິນຕີນຂົນ.
ຊື່ສາມັນ: particolored flying squirrel
ພັນລະນາລັກສະນະສັນຖານ

    ຫົວ ແລະ ລໍາຕົວຍາວ: 18 ຊມ. ຫາງຍາວ: 16 ຊມ. ເປັນບ່າງທີ່ມີຂະໜາດປານກາງ ແລະ ມີຄວາມແຕກຕ່າງຈາກບ່າງພວກອື່ນໄດ້ແກ່: ມີຂົນຍາວເປັນປຸ້ມຢູ່ຕາມກົກຫູ, ຂົນທີ່ຢູ່ພາກສ່ວນເທິງຂອງລໍາຕົວເປັນແຖບສີຊອກໂກແລດປົນນໍ້າຕານ, ສີຂາວປົນເທົ່າເຫັນຢູ່ທົ່ວໆໄປແຜ່ນປີກໜັງຕໍ່ລະຫວ່າງຂາໜ້າກັບຂາຫຼັງມີສີນ້ຳຕານເຂັ້ມພ້ອມທັງມີສີຂາວຢູ່ເປັນຈຸດໆ, ຫາງເປັນສີນ້ຳຕານບາງໆ, ພາກສ່ວນລຸ່ມຂອງລຳຕົວເປັນສີຄີມນ້ຳສົ້ມ, ຂາມີຂົນຍາວເປັນປຸ້ມປົກຫຸ້ມຢູ່.
    ຖິ່ນອາໄສ: ພົບເຫັນສ່ວນຫຼາຍໃນເຂດທີ່ມີລະດັບຄວາມສູງ, ຢູ່ໃນປ່າທີ່ມີພູສູງ, ບາງຂໍ້ມູນທີ່ໄດ້ພົບເຫັນຢູ່ເຂດປ່າສະຫງວນພູຫີນປູນ ແລະ ທາງພາກກາງຂອງ ສປປ ລາວ.
    ສະພາບການອະນຸລັກ IUCN: ແມ່ນຈັດຢູ່ໃນລະດັບຂັ້ນສ່ຽງຕໍ່າ, ໃກ້ໆຈະຖືກຂົ່ມຂູ່.

ບັນຍາຍການນຳໃຊ້

ອາຫານ: ຊີ້ນໃຊ້ເປັນອາຫານ.

ການປະກອບສ່ວນ