ອົ້ນໃຫຍ່ / Large Bamboo Rat
APA 6th ed. ອົ້ນໃຫຍ່ / Large Bamboo Rat. (2022, February 8). Retrieved from https://www.phakhaolao.la/kb/0001404
MLA 8th ed. ອົ້ນໃຫຍ່ / Large Bamboo Rat. Pha Khao Lao, 8 February 2022, https://www.phakhaolao.la/kb/0001404.
Chicago 17th ed. Pha Khao Lao. 2022. "ອົ້ນໃຫຍ່ / Large Bamboo Rat." Published February 8, 2022. https://www.phakhaolao.la/kb/0001404.
ໄທ: ອົ້ນໃຫຍ່.
ຊື່ສາມັນ: Large Bamboo Rat, Sumatran rat ແລະ Indomalayan.
ອົ້ນ - Bamboo Rats: ຕະກູນ Rhizimyidae
ເປັນສັດເລັມແຫ້ນຂະໜາດໃຫຍ່ທີ່ອາໄສຢູ່ຮູໃນດິນທີ່ມີລໍາຕົວສັ້ນ, ກົມ ແລະ ບຶກບຶນ, ຕາຂະໜາດນ້ອຍ, ຫາງສັ້ນ ແລະ ລຽບ. ສັດຊະນິດນີ້ບາງຄັ້ງກໍ່ກ້າທີ່ຈະປະເຊີນໜ້າກັບມະນຸດເມື່ອພວກມັນຂາສັ້ນ. ອອກມາຢູ່ເທິງໜ້າດິນໃນເວລາກາງຄືນ ແລະ ໃກ້ໆກັບຄົນຈົນສາມາດເວົ້າໄດ້ວ່າ ພຽງພໍທີ່ຈະທໍາການຈັດຈຳແນກມັນໄດ້. ໃນທົ່ວໂລກມີຢູ່ ສອງຕະກູນ, 4 ຊະນິດ. ໃນ ສປປ ລາວ ມີ 2 ຕະກູນ ແລະ 3 ຊະນິດ.
1. ອົ້ນໃຫຍ່ / Large Bamboo Rat
ຫົວ ແລະ ລໍາຕົວຍາວ: 26-48 ຊມ. ຫາງຍາວ: 10-20 ຊມ. ເປັນສັດເລັມແຫ້ນທີ່ມີຂະໜາດອ້ວນເຕັ້ຍ, ມີຂົນໜາປົກຫຸ້ມ, ມີໃບໜ້າສີນ້ຳຕານປົນແດງ, ເທິງສຸດຂອງຫົວ ແລະ ໜ້າຜາກມີລັກສະນະຄືກັບໝວກຕິດແປະດ້ວຍຂົນສີນໍ້າຕານເຂັ້ມ ຫຼື ຂົນສີດຳເປັນຮູບສາມຫຼ່ຽມລົງມາທາງໃບໜ້າ. ໝົດທົ່ວຕົນໂຕ ແລະ ຂາເປັນສີເທົາເຈືອປົນດ້ວຍສີນ້ຳຕານອ່ອນ ແລະ ເຫັນວ່າພາກສ່ວນທາງເທິງມີລັກສະນະ ຂ້ອນຂ້າງແຈ້ງກວ່າພາກສ່ວນລຸ່ມຂອງລໍາຕົວ, ມີຫູນ້ອຍມົນ ແລະ ເກືອບຈະບໍ່ມີຂົນປົກຫຸ້ມເລີຍ, ພື້ນຕີນເປັນໜ່ວຍມົນຫຍາບໆ, ເຊິ່ງວ່າພື້ນຕີນໜ້າທັງສອງເຊື່ອມເຂົ້າກັນ, ຢູ່ໃນອົ້ນກາງ Hoary Bamboo Rat ພື້ນຕີນນີ້ເຊື່ອມເຂົ້າກັນ. ມີຫາງຍາວບໍ່ມີຂົນຫຸ້ມ.
ອຸປະນິໄສ: ຫາກິນເທິງໜ້າດິນ ແລະ ພື້ນດິນດ້ວຍການຂຸດດິນຫາຮາກ ຫຼື ຫົວພືດ ໂດຍສະເພາະແມ່ນຕົ້ນໄຜ່
ສຽງຮ້ອງ: ?
ຖິ່ນອາໄສ: ບ່ອນທີ່ມັກທີ່ສຸດແມ່ນປ່າປະສົມທີ່ຢູ່ທາງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ແລະ ແຈກຢາຍຢູ່ສ່ວນຫນ້ອຍທາງພາກເໜືອສະເພາະບ່ອນທີ່ມີໄມ້ຕະກູນໄຜ່, ໂດຍທົ່ວໄປຈະພົບເຫັນຢູ່ຕາມທົ່ງພຽງແມ່ນ້ຳຂອງ ແລະ ຮອມພູທີ່ມີລະດັບຕໍ່າ.
ອາຫານ: ຊີ້ນເປັນອາຫານທີ່ໄດ້ຮັບຄວາມນິຍົມຫຼາຍ ແລະ ກິນໄດ້ຍາກ.
ສິນຄ້າ: ພົບເຫັນວ່າງຂາຍຕາມທ້ອງຕະຫຼາດທ້ອງຖິ່ນແຕ່ມີໜ້ອຍ ແລະ ໃນປະຈຸບັນເລີ່ມມີບາງຄົນເອົາມາລ້ຽງ ແລະ ຂະຫຍາຍພັນໄດ້.