ບາງແກ້ມແດງ / Red-checked Flying Squirrel

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Hylopetes spadiceus (Blyth, 1847) / Sciuridae
ຊື່ພ້ອງ
ຊື່ອື່ນ
ໄທ: ກະຣອກບິນແກ້ວແດງ.
ຊື່ສາມັນ: Red-checked Flying Squirrel
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

      ຫົວ ແລະ ລໍາຕົວຍາວ: 13.5- 18 ຊມ. ຫາງຍາວ: 11 ຊມ. ແມ່ນຫນຶ່ງໃນບັນດາບ່າງທີ່ມີຂະໜາດນ້ອຍ, ດ້ວຍການສະແດງລັກສະນະທີ່ມີແກ້ມສີນໍ້າສົ້ມຢູ່ລຸ່ມຕາ, ຫາງມີແຖບສີຂາວແຈ້ງ, ມີຂົນສີນ້ຳໝາກກ້ຽງປົນນ້ຳຕານຢູ່ພາກສ່ວນເທິງຂອງລໍາຕົວ, ມີສີເຫຼື້ອມ ແລະ ສັງເກດເຫັນໄດ້ດີຂຶ້ນ, ພາກສ່ວນຫົວ ແລະ ໃບໜ້າ, ແຜ່ນປີກໜັງຕໍ່ລະຫວ່າງຂາໜ້າກັບຂາຫຼັງ ແລະ ຂາຂອງມັນມີສີນ້ຳຕານເຂັ້ມ, ຂອບຂອງ ແຜ່ນປົກໜັງອາດມີສີຂາວປະປົນຢູ່ນຳ, ຄໍ ແລະ ພາກສ່ວນລຸ່ມມີສີຄີມປົນເຫຼືອງ.
     ອຸປະນິໄສ: ເປັນສັດທີ່ຫາກິນກາງຄືນ ແລະ ຢູ່ເທິງຕົ້ນໄມ້.
     ສຽງຮ້ອງ: ?
     ຖິ່ນອາໄສ: ຍັງເປັນທີ່ບໍ່ແຈ້ງສໍາລັບໃນ ສປປ ລາວ, ແຕ່ມີການແຈກຢາຍທົ່ວໄປຕາມພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ.

ການປະກອບສ່ວນ