ບາງແກ້ມສີຂີ້ເຖົ່າ / Parti-coloured Flying Squirrel

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Hylopetes alboniger (Hodgson, 1836) / Sciuridae
ຊື່ພ້ອງ
ຊື່ອື່ນ
ໄທ: ກະຮອກບິນຫຼາກສີ.
ຊື່ສາມັນ: Parti-coloured Flying Squirrel.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

     ຫົວ ແລະ ລໍາຕົວຍາວ: 19 21 ຊມ. ຫາງຍາວ: 18-20 ຊມ. ຄ້າຍຄືກັບບາງແກ້ມຂາວແຕ່ຂ້ອນຂ້າງຍາວກວ່າ (ໃນຊະນິດດັ່ງກ່າວນີ້ເຫັນວ່າກະດູກ Auditory builla ນ້ອຍກວ່າຄວາມຍາວຂອງກະໂລກຫົວ 20 ເປີເຊັນ, ມີແກ້ມສີເທົາ ເຊິ່ງບໍ່ຂາວຄືກັບບ່າງແກ້ມຂາວ. ພາກສ່ວນເທິງຂອງລຳຕົວ ແລະ ຫາງມີສີນ້ຳຕານປົນເທົາ, ແຜ່ນໜັງຕິດຕໍ່ລະຫວ່າງຂາໜ້າກັບຂາຫຼັງເປັນສີຊອກໂກແລດປົນສີນ້ຳຕານ. ສ່ວນລຸ່ມຂອງລຳຕົວເປັນສີຂາວຈືດປົນສີເຫຼືອງ
     ອຸປະນິໄສ: ເປັນສັດທີ່ຫາກິນກາງຄືນຢູ່ເທິງຕົ້ນໄມ້.
     ສຽງຮ້ອງ: ?
     ຖິ່ນອາໄສ: ສຳລັບຖິ່ນທີ່ຢູ່ອາໄສໃນ ສປປ ລາວ ບໍ່ເປັນທີ່ຊັດເຈນປານໃດ, ແຕ່ວ່າຢູ່ປະເທດໃກ້ຄຽງເຊັ່ນປະເທດໄທ ແມ່ນມັກປະກົດມີໃນເຂດປ່າພູເຂົາສູງ ແລະ ຕ່ຳ, ໂດຍສະເພາະໃນປ່າໄມ້ Quercus ຂອງຈອມພູສູງ.

ການປະກອບສ່ວນ