ບ່າງລົ້ວແກ້ມຂາວ / Phayre's Flying Squirrel

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Hylopetes phayrei (Blyth, 1859) / Sciuridae
ຊື່ພ້ອງ
ຊື່ອື່ນ
ໄທ: ກະຮອກບິນນ້ອຍແກ້ມຂາວ.
ຊື່ສາມັນ: Phayre's Flying Squirrel ແລະ Indochinese flying squirrel.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

    ຫົວ ແລະ ລໍາຕົວຍາວ: 17–19.5 ຊມ. ຫາງຍາວ: 13.5–17 ຊມ. ຄ້າຍຄືກັບບ່າງແກ້ມສີເທົາ, ເຊິ່ງໃນຄວາມແຕກຕ່າງນັ້ນບໍ່ໄດ້ມີການສຶກສາເທື່ອ ສຳລັບຢູ່ໃນ ສປປ ລາວ ແລະ ການຈຳແນກລັກສະນະຮູ ຊົງຕໍ່ໄປນີ້ມີລັກສະນະຊົ່ວຄາວ, ແຕ່ເທົ່າທີ່ຮູ້ຈັກກັນວ່າມີຮູບຮ່າງນ້ອຍ, ແບບບາງ, ມີແກ້ມສີຂາວລາມໄປຮອດຫູ, ເຊິ່ງບ່າງແກ້ມສີເທົາ, ແກ້ມເປັນສີເທົາຄືກັບຜ້າພັນ, ມີສີນ້ຳຕານປົນເທົ່າຢູ່ພາກສວນເທິງຂອງລໍາຕົວ ແລະ ຫາງ, ແຜ່ນປີກໜັງທີ່ຕິດຕໍ່ລະຫວ່າງຂາໜ້າກັບຂາຫຼັງເປັນສີຊ໋ອກໂກແລດປົນນໍ້າຕານ, ສ່ວນລຸ່ມຕົວເປັນສີຂາວຈືດປົນເຫຼືອງ, ລຳຄໍເປັນສີເຫຼືອງ (ຢູ່ໃນຊະນິດນີ້ພາກສ່ວນຫູມີຂະໜາດຍາວກວ່າກະໂຫຼກຫົວ 20 ເປີເຊັນ, ກົງກັນຂ້າມໃນຊະນິດບ່າງແກ້ມສີເທົາ, ພາກສ່ວນຫູມີຂະໜາດສັ້ນກວ່າກະໂຫຼກຫົວ 20 ເປີເຊັນ).
    ອຸປະນິໄສ: ເປັນສັດທີ່ຫາກິນກາງຄືນ ແລະ ຢູ່ເທິງກົກໄມ້.
    ສຽງຮ້ອງ: ?
    ຖິ່ນອາໄສ: ອາໄສຢູ່ໃນປ່າໂຄກປະສົມເຂດພູສູງພໍປານກາງໃນລະດັບຄວາມສູງຢ່າງນ້ອຍ 1000 ມ. ພົບເຫັນຢູ່ທາງພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສ.ປ.ປ ລາວ.

ການປະກອບສ່ວນ