ບາງລົ້ວໃຫຍ່ / Indian Giant Flying Squirrel
APA 6th ed. ບາງລົ້ວໃຫຍ່ / Indian Giant Flying Squirrel. (2022, February 7). Retrieved from https://www.phakhaolao.la/kb/0001400
MLA 8th ed. ບາງລົ້ວໃຫຍ່ / Indian Giant Flying Squirrel. Pha Khao Lao, 7 February 2022, https://www.phakhaolao.la/kb/0001400.
Chicago 17th ed. Pha Khao Lao. 2022. "ບາງລົ້ວໃຫຍ່ / Indian Giant Flying Squirrel." Published February 7, 2022. https://www.phakhaolao.la/kb/0001400.
ຊື່ສາມັນ: Indian Giant Flying Squirrel, large brown flying squirrel ແລະ common giant flying squirrel.
ຫົວ ແລະ ລໍາຕົວຍາວ: 49 ຊມ, ຫາງຍາວ: 55 ຊມ. ເຫັນວ່າແຕກຕ່າງກັນຂາດຂັ້ນກັບບ່າງລົ້ວນ້ອຍຍ້ອນຫາງຂອງມັນອາດມີສີເທົາ ຫຼື ສີແດງຄືກັນທັງໝົດ ຫຼື ພື້ນສີນ້ຳຕານ ແລະ ທາງປາຍຂອງຫາງມີລັກສະນະດຳເຂັ້ມ. ສ່ວນເທິງຂອງລໍາຕົວເປັນສີເທົາເຂັ້ມ, ບໍລິເວນເບື້ອງເທິງຂອງແຜ່ນໜັງທີ່ຕໍ່ລະຫວ່າງຂາໜ້າກັບຂາຫຼັງນັ້ນເປັນສິດຳ, ຂາຂອງມັນກໍ່ເປັນສີດຳເໝືອນກັນ ແລະ ຫູມີລັກສະນະສີແດງ.
ອຸປະນິໄສ: ເປັນສັດທີ່ຫາກິນກາງຄືນ ແລະ ຢູ່ເທິງກົກໄມ້, ມັກຢູ່ຊ່ວງລະດັບຈາກເຮືອນຍອດຂອງຕົ້ນໄມ້ຈາກນັ້ນຄ່ອຍເຄື່ອນລົງມາຕາມໄລຍະເວລາ ແລະ ສຸດທ້າຍຈົນເຖິງພື້ນດິນ, ບາງເທື່ອອາໄສຢູ່ຕາມໂກນໄມ້ຕັ້ງແຕ່ເຊົ້າຈົນໝົດມື້ ແລະ ຄ່ອຍປາກົດຕົວອອກມາກ່ອນມືດ
ສຽງຮ້ອງ: ?
ຖິ່ນອາໄສ: ອາໄສຢູ່ປ່າຕຶບລວມທັງປ່າຂຽວຕະຫຼອດປີ ແລະ ປ່າປະສົມ, ສິ່ງທີ່ຫຼາຍກວ່ານັ້ນຄືທີ່ທີ່ມັນມັກທີ່ສຸດຍັງເປັນທີ່ບໍ່ຈະແຈ້ງປານໃດ, ສ່ວນຫຼາຍພົບຢູ່ໃນລະດັບທີ່ຕໍ່າກວ່າ 1000 ມ.
ອາຫານ: ຊີ້ນໃຊ້ເປັນອາຫານທີ່ໄດ້ຮັບຄວາມນິຍົມສູງຍ້ອນເປັນອາຫານທີ່ຫາກິິນໄດ້ຍາກ.
ສິນຄ້າ: ມັກພົບເຫັນວ່າງຂາຍຕາມຕະຫຼາດທ້ອງຖິ່ນ.