ບ່າງລົ້ວນ້ອຍລາຍເສືອ / Lesse Giant Flying Squirrel

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Petaurista elegans (Müller, 1840) / Sciuridae
ຊື່ພ້ອງ
ຊື່ອື່ນ
ໄທ: ກະຮອກບິນຍັກ.
ຊື່ສາມັນ: Lesse Giant Flying Squirrel ແລະ spotted giant flying squirrel.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

    ບ່າງ - Flying Squirrels: ຕະກູນຍ່ອຍ Pteromyinae
     ເປັນສັດທີ່ຫາກິນກາງຄືນ ແລະ ອາໄສຢູ່ເທິງຕົ້ນໄມ້, ປົກກະຕິເປັນສັດທີ່ບິນບໍ່ໄດ້ໂດຍລຳພັງ ແຕ່ຈະໂຕນຈາກປາຍຕົ້ນໄມ້ຕົ້ນໜຶ່ງໄປຍັງສ່ວນລຸ່ມຂອງອີກລໍາຕົ້ນໜຶ່ງ, ໂດຍການໃຊ້ແຜ່ນໜັງບາງທີ່ຕິດຕໍ່ລະຫວ່າງຂາໜ້າກັບຂາຫຼັງ, ໃນການສົມທຽບຄວາມແຕກຕ່າງກັບບ່າງ, ມີຫາງຍາວທຸກຊະນິດມີຕາສີຂ້ອນຂ້າງແດງ, ໂດຍສະເພາະຊະນິດທີ່ມີຂະໜາດໃຫຍ່ຈະມີສີເຫຼື້ອມກວ່າຊະນິດທີ່ມີຂະໜາດນ້ອຍ, ເຊັ່ນດຽວກັບກະຮອກເບິ່ງແລ້ວຄືລີງ ຈະມີຄວາມທົນທານດີຕໍ່ກັບການລ່າຢູ່ໃນປ່າຫ່າງ, ໃນລະດັບຕະກູນຍ່ອຍຊີ້ໃຫ້ເຫັນວ່າ ການຈັດໝວດໝູ່ແມ່ນມີຄວາມສັບສົນຕາມທັດສະນະຂອງນັກຄົ້ນຄວ້າກ່ຽວກັບສັດລ້ຽງລູກດ້ວຍນົມ. ໃນໂລກນີ້ຈະມີບ່າງຢູ່ 43 ຊະນິດ, ສ່ວນໃນ ສ ປ ປ ລາວ ມີ 6 ຊະນິດ.
     1. ບ່າງລົ້ວນ້ອຍລາຍເສືອ / Petaurista elegans
     ຫົວ ແລະ ລຳຕົວຍາວ: 33 ຊມ. ຫາງຍາວ: 37 ຊມ. ມີຄວາມຍາວພໍປານກາງ, ມີສີແດງ, ເທົາ ແລະ ມີສີຂາວປົນທົ່ວໄປໂດຍສະເພາະຢູ່ບໍລິເວນກະໂຈມຫົວ, ແຜ່ນປີກໜັງທີ່ຕິດຕໍ່ລະຫວ່າງຂາໜ້າກັບຂາຫຼັງ, ມີສີເຫຼືອງປົນສີນ້ຳຕານ, ມີເສັ້ນສີຂາວຈືດຢູ່ບໍລິເວນບ່າໄຫຼ, ຫາງ ແລະ ຕີນມີສີແດງປົນສີນ້ຳຕານ.
    ອຸປະນິໄສ: ເປັນສັດທີ່ຫາກິນກາງຄືນຢູ່ເທິງກົກໄມ້.
    ສຽງຮ້ອງ: ?
    ຖິ່ນອາໄສ: ພົບຢູ່ໃນພາກເໜືອ ແລະ ພາກກາງຂອງ ສປປ ລາວ, ເຂດພູສູງ ແລະ ພູສູງປານກາງທີ່ມີຄວາມສູງປະມານ 1000 ມ. ມີການກະຈາຍແຈກຢາຍຕາມສາຍພູຫຼວງ ແລະ ພາກໃຕ້ຂອງລາວຍັງ ບໍ່ທັນໄດ້ມີການສຳຫຼວດເທື່ອ.

ບັນຍາຍການນຳໃຊ້

ອາຫານ: ຊີ້ນໃຊ້ເປັນອາຫານທີ່ນິຍົມຫຼາຍ ແລະ ຫາຍາກ.

ສິນຄ້າ: ພົບເຫັນວ່າງຂາຍເປັນສິນຄ້າຕາມຕະຫຼາດເຂດທ້ອງຖິ່ນ. 

ການປະກອບສ່ວນ