ກະຈອນ / Indochinese Ground Squirrel

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Menetes berdmorei Blyth, 1849 / Sciuridae
ຊື່ພ້ອງ
ຊື່ອື່ນ
ໄທ: ກະຈ້ອນ ຫຼື ກະຣອກດິນຂ້າງລາຍ.
ຊື່ສາມັນ: Indochinese Ground Squirrel ແລະ Berdmore's ground squirrel.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

    ຫົວ ແລະ ລໍາຕົວຍາວ: 18 ຊມ, ຫາງຍາວ: 14 ຊມ, ເປັນກະຈ້ອນດິນຂະໜາດກາງ, ພວກມັນມີດັງຍາວ, ລາຍແຊກເຂັ້ມ ແລະ ສີຈາງຢູ່ດ້ານຂ້າງ, ມີຂະໜາດລຳຕົວໃຫຍ່ກວ່າຊະນິດກະເລັນໜ້ອຍໜຶ່ງ. ສະນັ້ນຈຶ່ງເຮັດໃຫ້ມັກຫຼົງກັນເປັນບາງຄັ້ງ ແຕ່ຖ້າເບິ່ງລະອຽດຈະພົບວ່າ ກະຈ້ອນຊະນິດດັ່ງກ່າວມີລາຍແຊກລົງໄປທາງກາງຫຼັງ, ເຂດດ້ານເທິງຂອງຮ່າງກາຍມີສີແດງແກມສີນ້ຳຕານໄໝ້, ເຂດລຸ່ມມີສີຈາງກວ່າ. ຫາງສັ້ນກວ່າລໍາຕົວ.
    ອຸປະນິໄສ: ໃນຈຳນວນກະຈ້ອນທີ່ພົບຢູ່ລາວມີແຕ່ກະຈ້ອນຊະນິດນີ້ທີ່ພົບຢູ່ຕາມໜ້າດິນ ແລະ ຕາມເຂດກົກຂອງຕົ້ນໄມ້
    ສຽງຮ້ອງ: ?
    ຖິ່ນອາໄສ: ພົບຢູ່ຕາມປ່າເກືອບທຸກປະເພດຂອງທຸກໆພາກທົ່ວປະເທດ ແລະ ອາດພົບຢູ່ຕາມເຂດປ່າເປີດທາງທິດເໜືອຂອງນະຄອນຫລວງວຽງຈັນ, ສ່ວນໃຫຍ່ຢູ່ຕາມເຂດທົ່ງພຽງ ແລະ ຮ່ອມພູຕໍ່າ, ພົບຫຼາຍຕາມປ່າໂຄກ.

ການປະກອບສ່ວນ