ກະເລັນເຂດຕາເວັນອອກ / Eastern Striped Squirrel

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Tamiops maritimus (Bonhote, 1900) / Sciuridae
ຊື່ພ້ອງ
ຊື່ອື່ນ
ໄທ: ກະຮອກລາຍທາງທະເລ ຫຼື ກະຮອກລາຍຕາເວັນອອກ
ຊື່ສາມັນ: Eastern Striped Squirrel ແລະ maritime striped squirrel.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

        ຫົວ ແລະ ລໍາຕົວຍາວ: 10-14 ຊມ, ຫາງຍາວ: 11 ຊມ. ເປັນກະເລັນປ່າທີ່ມີຂະໜາດໃຫຍ່ກວ່າ 2 ຊະນິດທີ່ກ່າວມາເທິງມັນມີຄວາມແຕກຕ່າງຈາກກະເລັນລາຍຫູສັ້ນ ແລະ ຍາວ ເພາະວ່າລາຍແຊກສີຈາງບໍ່ແກ່ຍາວເຖິງເຂດແກ້ມ, ຂົນພື້ນທ້ອງເປັນສີໝົ່ນຫາສີຄີມ, ດ້ານຂ້າງ ແລະ ເຂດຂາເປັນສີໝົ່ນເຂັ້ມ, ຫາງນ້ອຍແປມີຈຸດສີໝົ່ນ, ສີນ້ຳຕານໄໝ້ ແລະ ສີດຳ
        ອຸປະນິໄສ: ພົບຢູ່ຕາມປ່າເຂດຕໍ່າ ແລະ ຊັັ້ນສູງຂອງປ່າ
        ສຽງຮ້ອງ: ?
        ຖິ່ນອາໄສ: ພົບຕາມເຂດປ່າດົງດິບທີ່ຖືກທຳລາຍ, ຕາມປ່າປ່ຽນໃບ ແລະ ປ່າໂຄກ. ພົບຢູ່ຕາມເຂດຕາເວັນອອກຂອງແມ່ນ້ຳທົ່ວທຸກພາກຂອງປະເທດລາວ.

ການປະກອບສ່ວນ