ກະເລັນລາຍຫູສັ້ນ / Burmese Striped Squirrel

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Tamiops mcclellandii (Horsfield, 1840) / Sciuridae
ຊື່ພ້ອງ
ຊື່ອື່ນ
ໄທ: ກະເລັນຂົນປາຍຫູສັ້ນ ແລະ ກຣຖິກຂົນປາຍຫູສັ້ນ.
ຊື່ສາມັນ: Burmese Striped Squirrel, Himalayan striped squirrel ແລະ western striped squirrel.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

    ຫົວ ແລະ ລໍາຕົວຍາວ: 11-12 ຊມ. ຫາງຍາວ: 11 ຊມ, ເປັນກະຮອກປ່າຊະນິດນ້ອຍໆ, ມີຄວາມແຕກຕ່າງຈາກກະຮອກລາຍຫູຍາວ ພວກມັນມີລາຍແຊກກາງຫຼັງ, ແຖວນອກກວ້າງ ແລະ ມີສີຈາງກວ່າ, ຂົນໜ້າຜາກ ແລະ ຈອມຫົວເປັນສີໂອລິບ, ສ່ວນດ້ານເຂດຂ້າງ ແລະ ຂາມີສີໝົ່ນ. ດ້ານພື້ນທ້ອງເປັນສີສົ້ມ, ຫາງແປນ້ອຍມີຈຸດດ່າງສີໝົ່ນ, ສີນ້ຳຕານ ແລະ ສີດໍາ.
    ອຸປະນິໄສ: ພົບຢູ່ຕາມຊັ້ນຕ່າງໆຂອງຕົ້ນໄມ້ (ຊັ້ນຄວາມສູງປານກາງ ແລະ ສູງ).
    ສຽງຮ້ອງ: ສຽງຄ້າຍສຽງນົກຮ້ອງຮ້ອງສຽງແບບສະໝຳສະເໝີ ແລະ ຫ່າງກັນປະມານ 1 ວິນາທີ ແລະ ສຽງຈະແກ່ຍາວປະມານ 3 ວິນາທີ.
    ຖິ່ນອາໄສ: ພົບຢູ່ຕາມປ່າເຂດພູສູງ ແລະ ເຂດພູຕ່ຳ ແລະ ຕາມປ່າປ່ຽນໃບ, ພົບຢູ່ທາງພາກເໜືອຂອງລາວ ແລະ ທິດຕາເວັນຕົກຂອງແຂວງໄຊຍະບູລີ. ເປັນຊະນິດທົ່ວໄປສະເພາະຖິ່ນຂອງປະເທດ.

ການປະກອບສ່ວນ