ກະຮອກແກ້ມແດງ /Red-cheeked Squirrel

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Dremomys rufigenis (Blanford, 1878) / Sciuridae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: Red-cheeked Squirrel ແລະ Asian red-cheeked squirrel.
ໄທ: ກະຮອກແກ້ມແດງເອເຊຍ.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

     ຫົວ ແລະ ລໍາຕົວຍາວ: 18 ຊມ. ຫາງຍາວ: 16 ຊມ. ເປັນກະຮອກນ້ອຍ, ຂົນເຂດຫົວ, ເຂດເລົາຄີງສ່ວນເທິງ ແລະ ເຂດຂາສ່ວນເທິງມີສີນ້ຳຕານໄໝ້ຂົນຄາງມີສີແດງເຂັ້ມ ຫຼື ສີສົ້ມ, ທ້ອງຫາງດ້ານຂ້າງມີສີນ້ຳຕານແກມແດງ, ດ້ານຫຼັງຂອງຫາງມີສີນ້ຳຕານໄໝ້, ສ່ວນເຂດທີ່ມີຂົນຍາວສີຂາວ, ໝອກປົກຄຸມສີດຳ, ເຂດເອິກ ແລະ ທ້ອງມີສີຂາວ, ໂດຍປົກກະຕິຈະມີຈຸດສີຂາວນ້ອຍໆຢູ່ເບື້ອງຫຼັງຂອງຫູ, ດັງມີລັກສະນະຍາວ ແລະ ແໝບກວ່າກະຮອກຊະນິດອື່ນໆຂອງລາວ.
     ອຸປະນິໄສ: ເປັນສັດທີ່ຫາກິນຢູ່ຕາມຊັ້ນຕ່າງໆຂອງປ່າ ແລະ ຕາມດິນ, ຫາກິນຢູ່ຕາມໃບໄມ້ ຫຼື ເຂດໃກ້ໆກັບພື້ນດິນ ແຕ່ບາງຄັ້ງຄາວພວກມັນສາມາດຫາກິນໝາກໄມ້ຕາມປາຍໄມ້, ນອກນັ້ນພວກມັນຍັງກິນແມງໄມ້, ຮາກໄມ້ ແລະ ສ່ວນອື່ນໆຂອງພືດເປັນອາຫານອີກດ້ວຍ.
     ສຽງຮ້ອງ: ?
     ຖິ່ນອາໄສ: ອາໄສຢູ່ປ່າດົງດິບ ແລະ ປ່າປ່ຽນໃບ ຈາກທົ່ງພຽງແຄມນ້ຳຂອງຈົນເຖິງເຂດພູສູງ, ກະຮອກຊະນິດດັ່ງກ່າວເປັນສັດທົ່ວໄປຂອງຫຼາຍທ້ອງຖິ່ນໃນເຂດທົ່ງພຽງ.

ບັນຍາຍການນຳໃຊ້

ອາຫານ:  ຊີ້ນໃຊ້ເປັນອາຫານ. ສິນຄ້າ: ພົບເຫັນຂາຍຕາມຕະຫຼາດທ້ອງຖິ່ນໃນເຂດນອກເມືອງ.

ການປະກອບສ່ວນ