ກະຮອກຫາງລາຍ / Grey-bellied Squirrel

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Callosciurus caniceps (Gray, 1842) / Sciuridae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: Grey-bellied Squirrel.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

    ຫົວ ແລະ ລໍາຕົວ ຍາວ: 21.5 ຊມ. ຫາງຍາວ: 23 ຊມ. ເປັນກະຮອກທີ່ມີຂະໜາດກາງ, ລຳຕົວ ແລະ ຫາງມີສີເທົາ ຫລື ສີຂີ້ເຖົ່າ ແລະ ນ້ຳຕານ, ການຈັດຈຳແນກດ້ວຍທ້ອງທີ່ມີສີເງິນອອກເປັນສີຂີ້ເຖົ່າ, ໂດຍສະເພາະສີຂອງທ້ອງທີ່ຢູ່ແຕ່ຂ້າງຂອງເສັ້ນຂີດກາງລໍາຕົວ ແລະ ພາກສ່ວນເອິກມີຄວາມແຕກຕ່າງຈາກກະຮອກຈາກພາກຕາເວັນຕົກຂອງແມ່ນ້ຳຂອງອື່ນໆນັ້ນ ເພາະມີປາຍຫາງສີດຳ, ຫາງຍາວກວ່າລຳຕົວໜ້ອຍຫນຶ່ງ.
    ສຽງຮ້ອງ: ສຽງຫຍາບດັງແຮງຮ້ອງດັງ ແຕ໊ກ ແຈ໊ກ ແຈ໊ກ ສຽງຂຶ້ນທຳອິດຈະຮ້ອງໄວ ແຕ່ວ່າຈະເພີ່ມການຢຸດໃນລະຫວ່າງແຕ່ລະສຽງແຕັກ
    ອຸປະນິໄສ: ເປັນສັດຢູ່ຕາມຕົ້ນໄມ້ ແຕ່ວ່າອາດລົງມາ ຢູ່ດິນ
    ຖິ່ນອາໄສ: ພົບຕາມປ່າທຸກຊະນິດ, ຕາມສວນ ແລະ ໃນບໍລິເວນທີ່ປູກຕົ້ນໄມ້ຢູ່ໃນ ສ ປ ປ ລາວ ຍັງບໍ່ທັນມີຂໍ້ມູນແຕ່ວ່າອາດພົບຢູ່ແຂວງໄຊຍະບູລີ ແລະ ບາງເທື່ອອາດພົບຢູ່ທາງຕາເວັນຕົກສ່ຽງໃຕ້ຂອງແມ່ນ້ຳຂອງ.

ບັນຍາຍການນຳໃຊ້

ອາຫານ:  ຊີ້ນໃຊ້ເປັນອາຫານ.
ສິນຄ້າ: ວ່າງຂາຍເປັນສິນຄ້າຕາມຕະຫຼາດທ້ອງຖິ່ນ.
ສັດລ້ຽງ: ເປັນສັດລ້ຽງໜ້າຮັກທີ່ໄດ້ຮັບນິຍົມລ້ຽງ.

ການປະກອບສ່ວນ