ກະດ່າງ / Black Giant Squirrel

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Ratufa bicolor (Sparrman, 1778) / Sciuridae
ຊື່ພ້ອງ
ຊື່ອື່ນ
ລາວ: ກະດ້າງ ແລະ ກະຮອກຫມໍ້.
ໄທ: ພະຍາກະຮອດດຳ.
ຊື່ສາມັນ: Black Giant Squirrel ແລະ Malayan giant squirrel.
ສະຖານະພາບການອະນຸລັກ
Near Threatened
ພັນລະນາລັກສະນະສັນຖານ

    ຈໍາພວກສັດກັດແຫ້ນ - Rodents: ເຜົ່າ Rodenta
     ເປັນເຜົ່າທີ່ໃຫຍ່ທີ່ສຸດຂອງສັດລ້ຽງລູກດ້ວຍນົມທົ່ວໂລກ, ບັນຈຸດ້ວຍ 35 ຕະກຸນ, ມີປະມານ 352 ສະກຸນ ແລະ ມີຫລາຍກວ່າ 1,700 ຊະນິດ. ມີແຂ້ວໜ້າ 1 ຊຸດ, ຢູ່ຄາງກະໄຕລຸ່ມ ແລະ ເທິງ, ເປັນຄຸນລັກສະນະພິເສດແຍກອອກດ້ວຍຮ່ອງທີ່ຍາວ (ບໍ່ມີແຂ້ວໝາກແງ), ແຂ້ວເທິງ ແລະ ລຸ່ມແມ່ນມີຄວາມແຂງແກ່ນ, ເປັນຊະນິດທີ່ສາມາດກິນແກ່ນ ແລະ ພືດຜັກຊະນິດອື່ນໆທີ່ໜຽວ. ໃນ ສປປ ລາວມີ 5 ຕະກຸນ ຄື ກະຮອກ (Sciuridae), ໜູໄຜ່ (Rhizomuidae), ໜູ (Muridae), ເໝັນ, ຫອນ (Hystricidae) ແລະ ກະຍູ (Laonatidae). ຕະກຸນ Muridae ມີ 30 ຊະນິດທີ່ມີການບັນທຶກໄດ້ໃນ ສປປ ລາວ.
     ກະຮອກ: ຕະກູນ Sciuridae ເປັນສັດກັດແຫ້ນທີ່ໃຫຍ່, ມີຫາງຍາວເປັນພົ້ວ, ມີຕາ ແລະ ຫູໃຫຍ່ອາດເປັນສັດຫາກິນທັງກາງເວັນ ແລະ ກາງຄືນ, ຢູ່ຕາມຕົ້ນໄມ້ ຫຼື ອາໄສໃນດິນ. ສ່ວນໃຫຍ່ເປັນພວກທີ່ກິນຫຍ້າຊັ້ນຫນຶ່ງ, ຊະນິດທີ່ຢູ່ຕາມຕົ້ນໄມ້ຈະສ້າງຮັງຢູ່ຕາມຜົ້ງຕົ້ນໄມ້ ຫຼື ໃນທີ່ໂລ່ງກັບກິ່ງໄມ້ ແລະ ໃບໄມ້. ແບ່ງອອກເປັນ 2 ຕະກຸນຍ່ອຍຄື: Sciurinae ປະກອບດ້ວຍກະຮອກທີ່ຫາກິນກາງເວັນ ແລະ ຕະກຸນ Petauristinae ປະກອບດ້ວຍບ້າງຫາກິນກາງຄືນ.
    ກະຮອກ - Diurnalnon-flying squirrels: ຕະກຸນຍ່ອຍຂອງ Sciuridae ດັ່ງນັ້ນບອກໄດ້ເລີຍວ່າກະຮອກມີຫລາຍຊະນິດທີ່ຢູ່ໃນຕະກຸນຍ່ອຍນີ້ຍັງຫລົງກັນຢູ່ເພາະມັນຄ້າຍຄືກັນ. ສາມາດຈຳແນກດ້ວຍສີຂອງລໍາຕົວທີ່ແຕກຕ່າງກັນ. ສ່ວນໃຫຍ່ຢູ່ຕາມຕົ້ນໄມ້ ຫຼື ຕາມພື້ນດິນ, ບາງຄັ້ງ ແລະ ບາງເທື່ອເບິ່ງຍາກເພາະມີສິ່ງທີ່ປົກຄຸມຢູ່. ສ່ວນຫນຶ່ງ ຈາກກະຮອກຍັກດໍາ, ທຸກຊະນິດຍັງອຸດົມສົມບູນ ແລະ ຍັງຢູ່ໃນແຫຼ່ງທີ່ຢູ່ອາໄສທີ່ອຸດົມສົມບູນ, ເຖິງແມ່ນວ່າຈະປະເຊີນໜ້າກັບຄວາມກົດດັນຈາກຜູ້ລ່າ. ຢູ່ໃນ ສປປ ລາວມີ 8 ສະກຸນ ແລະ 9 ຊະນິດ.
    1. ກະດ່າງ / Ratufa bicolor
     ຫົວ ແລະ ລໍາຕົວຍາວ: 37 ຊມ. ຫາງຍາວ: 46 ຊມ. ເປັນກະຮອກທີ່ໃຫຍ່, ສ່ວນເທິງຂອງລໍາຕົວເປັນສີດໍາ ຫຼື ນໍ້າຕານເຂັ້ມ ແລະ ກົງກັນຂ້າມດ້ານລຸ່ມຂອງລໍາຕົວເປັນສີເຫຼືອງຫາສີຄຣີມ ແລະ ຢູ່ໜ້າມີເຄື່ອງໝາຍ
     ອຸປະນິໄສ: ເປັນສັດຫາກິນຍາມກາງເວັນ, ເປັນສັດຂີ້ຢ້ານ, ອາດພົບໃນບ່ອນທີ່ມີສິ່ງປົກຄຸມ, ບາງຄັ້ງຄາວຈະລົງມາຢູ່ດິນ. ໃນເວລາທີ່ມັນເຄື່ອນທີ່ຍ່າງວ່ອງໄວຜ່ານຕົ້ນໄມ້ຫາງຂອງມັນຈະຢຽດຊື່, ແຕ່ວ່າໃນເວລາມັນນັ່ງລົງເທິງງ່າໄມ້ຫາງຂອງມັນຈະຕັ້ງຂຶ້ນ. ກິນໝາກໄມ້ ແລະ ແກ່ນໄມ້ແຫ້ງທີ່ມີເປືອກແຂງເປັນອາຫານ.
     ສຽງຮ້ອງ: ສຽງຫຍາບ ແລະ ໄວໄດ້ຍິນໄກຄ້າຍສຽງດັງ ຈິກຈິກຈິກ ເອີ້ນວ່າ ສຽງປຸກ.
     ຖິ່ນອາໄສ: ພົບຕາມປ່າດົງດິບທຸກຊະນິດ ແລະ ປ່າຊົ່ວຄາວຢູ່ໃນທຸກຊ່ວງຂອງລະດັບຄວາມສູງຈາກໜ້ານໍ້າທະເລທົ່ວປະເທດ, ປົກກະຕິມັນມັກອາໄສໃນປ່າຊັ້ນໜຶ່ງ ແລະ ຊັ້ນສອງ.

ບັນຍາຍການນຳໃຊ້

ອາຫານ: ຊີ້ນເປັນອາຫານທີ່ປະຊາຊົນນິຍົມຮັບປະທານ.
ສິນຄ້າ: ມັກພົບເຫັນວ່າງຂາຍເປັນສິິນຄ້າຢູ່ຕາມຕະຫຼາດທ້ອງຖິ່ນຕ່າງໆ (ໂຕສົດ ແລະ ແຫ້ງ) ເຮັດໃຫ້ມີຄວາມສ່ຽງສູງຕໍ່ການສູນພັນ.

 

ການສຶບພັນ ແລະ ວົງຈອນຊີວິດ

ໃນລະດູປະສົມພັນຈຶ່ງຢູ່ເປັນຄູ່, ກະດ່າງຈະປະສົມພັນໄດ້ເມື່ອມີອາຍຸປະມານ 2 ປີ ແລະ ມານລູກໃຊ້ເວລາປະມານ 28 ວັນ, ອອກລູກຄັ້ງລະ 1-2 ໂຕ ແລະ ມີອາຍຸປະມານ 10 ປີ.

ການປະກອບສ່ວນ