ກະຕ່າຍລາຍເສືອ / Annamite-striped Rabbit

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Nesolagus timminsi Averianov, Abramov, & Tikhonov, 2000 / Leporidae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: Annamite-striped Rabbit.
ໄທ: ກະຕ່າຍລາຍເສືອອານາໄມ ແລະ ກະຕ່າຍລາຍເສືອ
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

     ຫົວ ແລະ ລໍາຕົວຍາວ: 34 ຊມ. ຫາງຍາວ: 1 ຊມ. ຖືກຈັດເປັນກະຕ່າຍທີ່ມີລັກສະນະຂະໜາດກາງ ແລະ ມີລາຍສີນໍ້າຕານເຂັ້ມ, ໂດຍທົ່ວໄປແລ້ວລໍາຕົວມີສີຂີ້ເຖົ້າ ແລະ ລາຍສີນໍ້າຕານຈາກຫົວເຖິງຫາງ, ສ່ວນທີສາມເປັນລາຍສີນໍ້າຕານຈາກບ່າເຖິງຂາໜ້າ, ຫາງ ແລະ ກະໂພກເປັນສີແດງ, ສ່ວນລຸ່ມຂອງລໍາຕົວເປັນສີຄຣີມຂາວ ແລະ ໃບຫູສັ້ນ.
     ອຸປະນິໄສ: ເປັນທີ່ຮູ້ຈັກຈາກຕົວຢ່າງໃນຕະຫລາດເທົ່ານັ້ນ, ຖືກຈັບໄດ້ດ້ວຍແຮ້ວ ແລະ ເຄື່ອງຈັບພາບ, ເປັນສັດຫາກິນກາງຄືນ ຫລື ເວລາຕາເວັນໃກ້ຈະຂຶ້ນ.
     ສຽງຮ້ອງ: ?
     ຖິ່ນອາໄສ: ໃນປ່າທີ່ແຈ້ງຕາມປ່າດົງດິບທີ່ຊຸ່ມຊື້ນ, ມີການອະທິບາຍລັກສະນະໃຫມ່, ດັ່ງນັ້ນ, ມັນເປັນທີ່ຮູ້ຈັກກັນບາງທ້ອງຖິ່ນຕາມສາຍພູຫລວງ ຂອງ ສປປ ລາວ ແລະ ຫວຽດນາມ.

ບັນຍາຍການນຳໃຊ້

ອາຫານ:  ຊີ້ນນຳມາເປັນອາຫານ.
ສິນຄ້າ: ພົບເຫັນຖືກວ່າງຂາຍຕາມທ້ອງຕະຫຼາດບາງທ້ອງຖິ່ນ.
ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ ແລະ ເປັນສັດຫວງຫ້າມປະເພດໜື່ງຂອງ ສປປ ລາວ

ການປະກອບສ່ວນ