ກະຕ່າຍປ່າ /Siamese Hare

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Lepus peguensis Blyth, 1855 / Leporidae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: Siamese Hare ແລະ Burmese Hare.
ໄທ: ກະຕ່າຍປ່າພະມ້າ ຫຼື ກະຕ່າຍປ່າໄທ.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

    ຈໍາພວກກະຕ່າຍ: ຕະກຸນ Lagomorpha
     ມີ 2 ຕະກຸນ Ochotomdae (Pikas) ແລະ Lepordae (ກະຕ່າຍ ແລະ ກະຕ່າຍປ່າ) ມີຂະໜາດນ້ອຍ, ເປັນສັດກິນຫຍ້າເປັນອາຫານປົກກະຕິຈະພົບບໍລິເວນທີ່ມີປ່າຫຍາ, ພວກມັນສະແດງໃຫ້ເຫັນຫລາຍວິທີໃນການປັບຕົວ, ປ້ອງກັນ ແລະ ການຫລົບຫລີກສັດຕູ, ທັງໝົດນີ້ແມ່ນການປັບຕົວຢ່າງຄ່ອງແຄ້ວສໍາລັບການເຄື່ອນທີ່ ແລະ ປົບໜີຈາກໄພອັນຕະລາຍຢ່າງວ່ອງໄວ.
     ກະຕ່າຍປ່າ: ມີຂາຍາວ, ຫູຍາວ ແລະ ເຄື່ອນໄຫວໄປມາໄດ້ໄວ, ຕາໃຫຍ່ ແລະ ປັບຕົວເຂົ້າຫາແສງ ແລະ ເບິ່ງເຫັນຍາມກາງຄືນ, ກະຕ່າຍປ່າປັບຕົວດ້ວຍການແລ່ນ.
     ກະຕ່າຍ: ຕະກຸນ Leporidae ມີລັກສະນະພິເສດຄືຂາຫລັງຍາວ ແລະ ມີຮູດັງກວາງທັງສອງຢ່າງນີ້ແມ່ນເພື່ອການປັບຕົວເຂົ້າໃນຖິ່ນອາໄສທີ່ເປີດໂລ່ງ. ສ່ວນໃຫຍ່ເປັນຊະນິດທີ່ສ້າງຮັງຢູ່ເທິງດິນເອີ້ນວ່າຮູບແບບ (forms) ໃນທົ່ວໂລກມີ 10 ສະກຸນ ແລະ 44 ຊະນິດ. ໃນ ສປປ ລາວ ມີ 2 ຊະນິດ.
 1. ກະຕ່າຍປ່າ/Lepus peguensis
     ຫົວ ແລະ ລໍາຕົວຍາວ: 44-50 ຊມ. ຫາງຍາວ: 7 ຊມ.  ມີຄຸນລັກສະນະພິເສດຄືຕົວໃຫຍ່, ງ່າຍໃນການຈັດຈຳແນກຊະນິດ. ລໍາຕົວບາງສ່ວນເປັນສີເທົາ, ສີຂີ້ເຖົ້າ, ສີນ້ຳຕານ ແລະ ສີແດງ, ກະໂພກເປັນສີເຂັ້ມກວ່າ, ພາກສ່ວນລຸ່ມຕົວເປັນສີຂາວ, ຍົກເວັ້ນພາກສ່ວນເອິກເປັນສີນໍ້າຕານ. ຂາເປັນສີຄຣີມຫາສີແດງ, ຫາງເປັນສີນ້ຳຕານເຂັ້ມ ຫຼື ກົງກັນຂ້າມກັບພາກສ່ວນດ້ານລຸ່ມເປັນສີຂາວ, ຫູຍາວ, ປາຍຫູເປັນສີນຕານເຂັ້ມກວ່າຢ່າງຊັດເຈນ.
     ອຸປະນິໄສ: ເປັນສັດຫາກິນກາງຄືນ ຫຼື ຕາເວັນກໍາລັງຈະຂຶ້ນ, ເປັນສັດກິນຫຍ້າເປັນອາຫານ.
     ສຽງຮ້ອງ: ?
     ຖິ່ນອາໄສ: ຕາມທົ່ງຫຍ້າໂດຍສະເພາະໃນປ່າຈິກ, ປ່າຮັງທີ່ແຫ້ງ ແລະ ໂລ່ງໃນທີ່ແຈ້ງຂະຫຍາຍໄປເຖິງບໍລິເວນທີ່ຖືກທຳລາຍພົບທົ່ວປະເທດໃນ ສປປ ລາວ, ເຖິງຢ່າງໃດກໍຕາມສະພາບທາງພາກເໜືອຍັງຢືນຢັນບໍ່ໄດ້.

ບັນຍາຍການນຳໃຊ້

ອານຫານ: ຊີ້ນກະຕ່າຍສາມາດນຳມາປະກອບເປັນອາຫານ.

ສັດລ້ຽງ: ປັດຈຸບັນກະຕ່າຍໄດ້ຖືກນຳມາເປັນສັດລ້ຽງທີ່ໜ້າຮັກ

ສິນຄ້າ:  ຕາມຕະຫຼາດບາງທ້ອງຖິ່ນຍັງພົບວ່າມີການຄ້າຂາຍກະຕ່າຍເພື່ອເປັນອາຫານ. ແຕ່ປັດຈຸບັນກະຕ່າຍເປັນສັດລ້ຽງທີ່ໄດ້ຮັບການນິຍົມລ້ຽງຈຶ່ງມີການລ້ຽງຂາຍເປັນສັດລ້ຽງໄດ້.

ການສຶບພັນ ແລະ ວົງຈອນຊີວິດ

     ການອອກລູກ: ກະຕ່າຍໂຕແມ່ຈະມານລູກເປັນໄລຍະ 35-40 ວັນ ແລະ ອອກລູກຄັ້ງລະ 1-7 ໂຕໂດຍການຂຸດໂພງໃຕ້ດິນຢູ່, ລູກກະຕ່າຍປ່າທີ່ເກີດມາໃໝ່ຈະມີຂົນປົກຄຸມລຳຕົວເລີຍ ແລະ ສາມາດລືມຕາໄດ້ທັນທີ.

ການປະກອບສ່ວນ