ກະຕ່າຍປ່າ /Siamese Hare
APA 6th ed. ກະຕ່າຍປ່າ /Siamese Hare. (2022, February 8). Retrieved from https://www.phakhaolao.la/kb/0001387
MLA 8th ed. ກະຕ່າຍປ່າ /Siamese Hare. Pha Khao Lao, 8 February 2022, https://www.phakhaolao.la/kb/0001387.
Chicago 17th ed. Pha Khao Lao. 2022. "ກະຕ່າຍປ່າ /Siamese Hare." Published February 8, 2022. https://www.phakhaolao.la/kb/0001387.
ໄທ: ກະຕ່າຍປ່າພະມ້າ ຫຼື ກະຕ່າຍປ່າໄທ.
ຈໍາພວກກະຕ່າຍ: ຕະກຸນ Lagomorpha
ມີ 2 ຕະກຸນ Ochotomdae (Pikas) ແລະ Lepordae (ກະຕ່າຍ ແລະ ກະຕ່າຍປ່າ) ມີຂະໜາດນ້ອຍ, ເປັນສັດກິນຫຍ້າເປັນອາຫານປົກກະຕິຈະພົບບໍລິເວນທີ່ມີປ່າຫຍາ, ພວກມັນສະແດງໃຫ້ເຫັນຫລາຍວິທີໃນການປັບຕົວ, ປ້ອງກັນ ແລະ ການຫລົບຫລີກສັດຕູ, ທັງໝົດນີ້ແມ່ນການປັບຕົວຢ່າງຄ່ອງແຄ້ວສໍາລັບການເຄື່ອນທີ່ ແລະ ປົບໜີຈາກໄພອັນຕະລາຍຢ່າງວ່ອງໄວ.
ກະຕ່າຍປ່າ: ມີຂາຍາວ, ຫູຍາວ ແລະ ເຄື່ອນໄຫວໄປມາໄດ້ໄວ, ຕາໃຫຍ່ ແລະ ປັບຕົວເຂົ້າຫາແສງ ແລະ ເບິ່ງເຫັນຍາມກາງຄືນ, ກະຕ່າຍປ່າປັບຕົວດ້ວຍການແລ່ນ.
ກະຕ່າຍ: ຕະກຸນ Leporidae ມີລັກສະນະພິເສດຄືຂາຫລັງຍາວ ແລະ ມີຮູດັງກວາງທັງສອງຢ່າງນີ້ແມ່ນເພື່ອການປັບຕົວເຂົ້າໃນຖິ່ນອາໄສທີ່ເປີດໂລ່ງ. ສ່ວນໃຫຍ່ເປັນຊະນິດທີ່ສ້າງຮັງຢູ່ເທິງດິນເອີ້ນວ່າຮູບແບບ (forms) ໃນທົ່ວໂລກມີ 10 ສະກຸນ ແລະ 44 ຊະນິດ. ໃນ ສປປ ລາວ ມີ 2 ຊະນິດ.
1. ກະຕ່າຍປ່າ/Lepus peguensis
ຫົວ ແລະ ລໍາຕົວຍາວ: 44-50 ຊມ. ຫາງຍາວ: 7 ຊມ. ມີຄຸນລັກສະນະພິເສດຄືຕົວໃຫຍ່, ງ່າຍໃນການຈັດຈຳແນກຊະນິດ. ລໍາຕົວບາງສ່ວນເປັນສີເທົາ, ສີຂີ້ເຖົ້າ, ສີນ້ຳຕານ ແລະ ສີແດງ, ກະໂພກເປັນສີເຂັ້ມກວ່າ, ພາກສ່ວນລຸ່ມຕົວເປັນສີຂາວ, ຍົກເວັ້ນພາກສ່ວນເອິກເປັນສີນໍ້າຕານ. ຂາເປັນສີຄຣີມຫາສີແດງ, ຫາງເປັນສີນ້ຳຕານເຂັ້ມ ຫຼື ກົງກັນຂ້າມກັບພາກສ່ວນດ້ານລຸ່ມເປັນສີຂາວ, ຫູຍາວ, ປາຍຫູເປັນສີນຕານເຂັ້ມກວ່າຢ່າງຊັດເຈນ.
ອຸປະນິໄສ: ເປັນສັດຫາກິນກາງຄືນ ຫຼື ຕາເວັນກໍາລັງຈະຂຶ້ນ, ເປັນສັດກິນຫຍ້າເປັນອາຫານ.
ສຽງຮ້ອງ: ?
ຖິ່ນອາໄສ: ຕາມທົ່ງຫຍ້າໂດຍສະເພາະໃນປ່າຈິກ, ປ່າຮັງທີ່ແຫ້ງ ແລະ ໂລ່ງໃນທີ່ແຈ້ງຂະຫຍາຍໄປເຖິງບໍລິເວນທີ່ຖືກທຳລາຍພົບທົ່ວປະເທດໃນ ສປປ ລາວ, ເຖິງຢ່າງໃດກໍຕາມສະພາບທາງພາກເໜືອຍັງຢືນຢັນບໍ່ໄດ້.
ອານຫານ: ຊີ້ນກະຕ່າຍສາມາດນຳມາປະກອບເປັນອາຫານ.
ສັດລ້ຽງ: ປັດຈຸບັນກະຕ່າຍໄດ້ຖືກນຳມາເປັນສັດລ້ຽງທີ່ໜ້າຮັກ
ສິນຄ້າ: ຕາມຕະຫຼາດບາງທ້ອງຖິ່ນຍັງພົບວ່າມີການຄ້າຂາຍກະຕ່າຍເພື່ອເປັນອາຫານ. ແຕ່ປັດຈຸບັນກະຕ່າຍເປັນສັດລ້ຽງທີ່ໄດ້ຮັບການນິຍົມລ້ຽງຈຶ່ງມີການລ້ຽງຂາຍເປັນສັດລ້ຽງໄດ້.
ການອອກລູກ: ກະຕ່າຍໂຕແມ່ຈະມານລູກເປັນໄລຍະ 35-40 ວັນ ແລະ ອອກລູກຄັ້ງລະ 1-7 ໂຕໂດຍການຂຸດໂພງໃຕ້ດິນຢູ່, ລູກກະຕ່າຍປ່າທີ່ເກີດມາໃໝ່ຈະມີຂົນປົກຄຸມລຳຕົວເລີຍ ແລະ ສາມາດລືມຕາໄດ້ທັນທີ.