ລິ່ນງົວ / Chinese Pangolin

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Manis pentadactyla Linnaeus, 1758/ Manidae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: Chinese Pangolin.
ໄທ: ລິ່ນຈີນ.
ສະຖານະພາບການອະນຸລັກ
Critically Endangered
ພັນລະນາລັກສະນະສັນຖານ

      ຫົວ ແລະ ລໍາຕົວຍາວ: 40-58 ຊມ. ຫາງຍາວ: 30-38 ຊມ, ເລັບຕີນຫລັງຍາວກວ່າເລັບຕີນໜ້າ 2 ເທົ່າ, ສໍາລັບລັກສະນະນີ້ຍັງຢູ່ໃນການພິຈາລະນາ, ເກັດກາງຫລັງນູນ, ຫາງສັ້ນກວ່າ ແລະ ຮູບຮ່າງສັ້ນ ແລະ ເຕັ້ຍກວ່າລີ່ນຄວາຍ, ຕາມຄວາມຍາວຂອງຫາງຮອດບ່ອນກິ່ວມີ 14-17 ເກັດສ່ວນລິ່ນຄວາຍມີ 28 ເກັດ, ຮອບຕົວມີເກັດ 15-18 ແຖວ ສ່ວນລິ່ນຄວາຍມີ 16-19 ແຖວ.
      ອຸປະນິໄສ: ເປັນສັດຫາກິນຍາມກາງຄືນ ແລະ ມັກຢູ່ໂດດດ່ຽວ, ອາດຈະມີພຶດຕິກໍາຄືກັນກັບລິນງົວ ແຕ່ວ່າຍັງມີການສຶກສາໜ້ອຍ.
      ສຽງຮ້ອງ: ?
      ຖິ່ນອາໄສ: ສ່ວນຫລາຍຢູ່ໃນປ່າເທິງພູ ແລະ ປ່າເທິງພູນ້ອຍ ແລະ ປ່າຊົ່ວຄາວ, ຢູ່ທາງພາກເໜືອບໍລິເວນທີ່ຮາບສູງ ແລະ ພາກໃຕ້ ແຖວລຸ່ມສາຍພູຫລວງໄປຫາແຂວງບໍລິຄໍາໄຊ.

ບັນຍາຍການນຳໃຊ້

ອາຫານ:  ຊີ້ນເປັນອາຫານທີ່ນິຍົມກັນຂອງປະເທດຈີນ.
ສິນຄ້າ: ເນື່ອງຈາກມີຄວາມນິຍົມຮັບປະທານຊີ້ນ ແລະ ເກີດເປັນຢ່າພື້ນເມືອງຈີນ ດັ່ງນັ້ນຈຶ່ງເກີດມີການຄ້າຂາຍລິ່ນເກີດ ຂຶ້ນແບບຜິດກົດໝາຍຈຶ່ງນຳໄປສູ່ຄວາມສ່ຽງໃນການສູນພັນ.
ປະຈຸບັນຈັດວ່າເປັນສັດທີ່ມີຄວາມສ່ຽງສູງທີ່ສຸດຕໍ່ການສູນພັນ ແລະ ເປັນສັດຫວງຫ້າມປະເພດໜື່ງຂອງ ສປປ ລາວ.

ການປະກອບສ່ວນ