ລິ່ນຄວາຍ / Sunda Pangolin

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Manis javanica / Manidae
ຊື່ພ້ອງ
ຊື່ອື່ນ
ໄທ: ລິນຊຸນດາ.
ຊື່ສາມັນ: Sunda Pangolin, Malayan ແລະ Javan pangolin.
ສະຖານະພາບການອະນຸລັກ
Critically Endangered
ພັນລະນາລັກສະນະສັນຖານ

     ພວກລິ່ນ - Pangelins: ເຜົ່າ Pholidota
     ລິ່ນເປັນເຜົ່າຍ່ອຍຂອງສັດເຂດ Afrotropical ແລະ Indomalayan ອາດເປັນເຜົ່າໃກ້ຄຽງກັບໂຕກິນມົດ, slothi ແລະ arinadilles ຢູ່ເຂດນີວໂອໂທຣປິກ ແລະ ກຸ່ມສັດລ້ຽງລູກດ້ວຍນົມຊະນິດອື່ນໆ Pholidota ມີຄວາມໝາຍວ່າສັດທີ່ມີເກັດ "scaled mummas ທົ່ວໂລກມີ 7 ຊະນິດ ຢູ່ສປປ ລາວ ມີ 2 ຊະນິດ
     ລິ່ນຕະກຸນຂອງ Manidae ພວກມັນເປັນສັດທີ່ມີເກັດຍາວຢູ່ທາງ ເບື້ອງຫຼັງຄ້າຍຄືແຜ່ນກະເບື້ອງມຸງຫຼັງຄາ, ເກັດດັ່ງກ່າວມີຄວາມໝາຍສຳຄັນດ້ານການປ້ອງກັນຕົວ ໂດຍສະເພາະເວລາມັນມ້ວນຕົວໃຫ້ເປັນຮູບມົນຄືໜ່ວຍບານ, ພວກມັນບໍ່ມີແຂ້ວແຕ່ມີລີ້ນທີ່ຍາວອາດຍືດອອກຈາກປາກໄດ້ເຖິງ 35-40 ຊມ. ພວກມັນກິນມົດ ແລະ ປວກເປັນອາຫານ, ພວກມັນອາດມີ ຫຼື ບໍ່ມີໃບຫູ, ມີຂອບຮິມຕາທີ່ໜາ ແລະ ມີກ້າມຊີ້ນສະເພາະເພື່ອປິດຮູດັງ
1. ລິນຄວາຍ / Manis javanica
    ຫົວ ແລະ ລາຕົວຍາວ 40-65 ຊມ. ຫາງຍາວ 35-56 ຊມ. ໃຫຍ່ກວ່າລິ່ນງົວໜ້ອຍຫນຶ່ງ, ເລັບຕີນຫລັງຍາວກວ່າຕີນໜ້າ 2 ເທື່ອ, ເກັດກາງຫລັງເປັນຮູບກົມ, ອັດຕາສ່ວນຂອງຫາງຖ້າທຽບໃສ່ຄວາມຍາວທັງໝົດລໍາຕົວແມ່ນຫລາຍກວ່າ 0.42 ຊມ. ດັ່ງນັ້ນ, ເປັນທີ່ສັງເກດເຫັນວ່າມັນຍາວກວ່າລິ່ນງົວ 14-18 ຊມ, ຮອບຕົວມີເກັດ 16 ແຖວ, ແຕ່ລິ້ນງົວມີພຽງ 15-18 ແຖວ.
    ອຸປະນິໄສ: ເປັນສັດຫາກິນກາງຄືນ, ແຕ່ວ່າບາງເທື່ອກໍຫາກິນກາງເວັນກໍມີ. ອາໄສຢູ່ໃນຮູຕາມປົກກະຕິແລ້ວມັກຢູ່ໂດດດ່ຽວ, ຫາກິນຕາມພື້ນປາ ແລະ ປີນໄຕ່ຂຶ້ນ.
    ສຽງຮ້ອງ: ?
    ຖິ່ນອາໄສ: ພົບເຫັນຢູ່ຕາມປ່າຫລາຍຊະນິດທີ່ຢູ່ໃນເຂດລະດັບຕ່ຳລວມທັງປ່າຊັ້ນຫນຶ່ງ ແລະ ປ່າຊັ້ນສອງ, ມີຢູ່ທາງພາກໃຕ້ ແລະ ພາກກາງຂອງ ສປປ ລາວ ແຕ່ວ່າເຂດພາກເໜືອຍັງມີຂອບເຂດບໍ່ທັນຊັດເຈນ. ປະຈຸບັນນີ້ມີໜ້ອຍທີ່ສຸດຍ້ອນວ່າມີການລ່າໄປເປັນສິນຄ້າ ແລະ ໃນປ່າຈະພົບໄດ້ຍາກ.

https://commons.wikimedia.org/wiki/File:Anatomische_Untersuchungen_%C3%BCber_die_Edentaten_(1852)_Manis_javanica.jpg

 

ບັນຍາຍການນຳໃຊ້

ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ  ແລະ ເປັນສັດຫວງຫ້າມປະເພດໜື່ງຂອງ ສປປ ລາວ.

ການປະກອບສ່ວນ