ທະນີແກ້ມເຫຼືອງ /Yellow-checked Crested Gibbon

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Nomascus gabriellae (Thomas, 1909) / Hylobatidae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: Yellow-checked Crested Gibbon, golden-cheeked gibbon, southern yellow-cheeked crested gibbon, the golden-cheeked crested gibbon, red-cheeked gibbon ແລະ buffed-cheeked gibbon.
ໄທ: ຊະນີແກມເຫຼືອງ ຫຼື ຊະນີແກ້ມທອງ.
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

ຫົວ ແລະ ລໍາໂຕຍາວ 74-89 ຊມ, ບໍ່ມີຫາງ, ໂຕຜູ້ຈະມີສີດໍາເປັນສ່ວນຫຼາຍ ເຊິ່ງປະສົມປະສານກັບເອິກທີ່ມີສີນໍ້າຕານເຂັ້ມ, ເຊິ່ງບໍ່ເປັນສີນໍ້າຕານປົນສີເທົ່າຄືກັບຊະນິດອື່ນ, ໂຕຜູ້ຍັງມີເຄົາ, ແກ້ມສີເຫຼືອງຈືດ ຫຼື ສີສົ້ມ, ທີ່ຕັ້ງອອກທາງຂ້າງ, ໃນໂຕແມ່ຫຼັງ ແລະ ແຂນ, ຂາມີສີເຫຼືອງຈືດ, ສີເຫຼືອງ, ສີສົ້ມ ຫຼື ສີນໍ້າຕານອ່ອນ, ຫົວມີສີດໍາຕັດກັບສີຂົນຢູ່ອ້ອມຮອບຈາງກວ່າປົກກະຕິ, ວົງຮອບໜ້າມີສີອອກເຫຼືອງ (ມີສ່ວນໜ້ອຍເປັນສີຂາວ), ເຊິ່ງຈະບໍ່ຕັດກັບສີຈາງກວ່າຄໍ.

ອຸປະນິໄສ: ຫາກິນກາງເວັນຕາມຕົ້ນໄມ້, ຫາກິນໃນຊັ້ນປົກຄຸມລະດັບສູງ ແລະ ລະດັບກາງ, ບໍລິໂພກໝາກໄມ້ຫຼາຍໆຊະນິດເປັນອາຫານ.

ສຽງຮ້ອງ: ສຽງໂຕຜູ້ທີ່ເຕັມໄວຄ້າຍຄືກັນກັບສຽງຂອງທະນີແກ້ມຂາວ ແຕ່ບໍ່ມີສຽງບຸມ, ເປັນປະເພດສຽງທີ່ຊ່ວງສັ້ນ "ອາອາ" ທີ່ເປັ່ງອອກຄ່ອຍໆ, ສຽງທີ່ໜຶ່ງເລີ່ມຕົ້ນດ້ວຍສຽງທີ່ມີຄວາມຖີ່ຫຼຸດລົງເປັນຊ່ວງຍາວ ແລະ ຈະປ່ຽນຄວາມຖີ່ໄວຂຶ້ນໃນສຽງທີ່ສອງເທົ່ານັ້ນ, ໂຕແມ່ຈະຮ້ອງພຽງແຕ່ສຽງດັງເທົ່ານັ້ນ, ເຊິ່ງປະກອບດ້ວຍ 5-13 ສຽງ ໂດຍແຕ່ລະສຽງຈະເລີ່ມຈາກຄວາມຖີ່, ສຽງຮ້ອງດັງນີ້ຈະຄືກັນກັບສຽງຮ້ອງຂອງທະນີແກ້ມຂາວ

ຖິ່ນອາໄສ: ຈໍາກັດຢູ່ໃນພາກໃຕ້ສຸດຂອງ ສປປ ລາວ ແລະ  ທາງພາກຕາເວັນອອກຂອງແມ່ນໍ້າຂອງ.

ບັນຍາຍການນຳໃຊ້

    ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.

 

ການປະກອບສ່ວນ