ທະນີແກ້ມດຳ / Black-cheeked Crested Gibbon
APA 6th ed. ທະນີແກ້ມດຳ / Black-cheeked Crested Gibbon. (2022, February 2). Retrieved from https://www.phakhaolao.la/kb/0001382
MLA 8th ed. ທະນີແກ້ມດຳ / Black-cheeked Crested Gibbon. Pha Khao Lao, 2 February 2022, https://www.phakhaolao.la/kb/0001382.
Chicago 17th ed. Pha Khao Lao. 2022. "ທະນີແກ້ມດຳ / Black-cheeked Crested Gibbon." Published February 2, 2022. https://www.phakhaolao.la/kb/0001382.
ໄທ: ຊະນີດຳ
ຫົວ ແລະ ລໍາໂຕຍາວ: 47-50 ຊມ. ບໍ່ມີຫາງ. ໂຕຜູ້ມີສີດໍາໝົດໂຕ ຍົກເວັ້ນມີຂົນຂາວໜ້ອຍໜຶ່ງຢູ່ບໍລິເວນຮິມປາກ. ເທິງຈອມຫົວມີຫອນທີ່ປະກອບດ້ວຍຂົນຕັ້ງຍົກຂຶ້ນ, ໂຕຜູ້ມີຖົງຄໍນ້ອຍຫຼາຍເຊິ່ງຈະເຫັນໄດ້ແຕ່ຍາມທີ່ມັນຮ້ອງ, ໂຕແມ່ມີຂົນດໍາ ແລະ ສີນໍ້າຕານເຂັ້ມຢູ່ເອິກ ແລະ ບາງເທື່ອກໍພົບຢູ່ທ້ອງທີ່ຕັດກັບສີຈາງໆຢູ່ຫຼັງ.
ອຸປະນິໄສ: ຫາກິນຢູ່ເທິງຕົ້ນໄມ້ໃນເວລາກາງເວັນ, ຫາກິນຢູ່ເທິງຊັ້ນເຮືອນຍອດ ແລະ ກິນໝາກໄມ້ທີ່ແຂວນຢູ່ຕາມງ່າໄມ້ໃນຊັ້ນປົກຄຸມລະດັບກາງ.
ສຽງຮ້ອງ: ໂຕແມ່ຮ້ອງສຽງດັງ, ຮ້ອງຄັ້ງລະ 10 ຄໍາ ຫຼື ນ້ອຍກວ່ານັ້ນ, ສຽງຮ້ອງແມ່ນເລີ່ມຈາກສຽງທີ່ມີຄວາມຖີ່ໜ້ອຍ, ສຽງຂອງໂຕຜູ້ປະກອບດ້ວຍ 3 ຄໍາທີ່ແຕກຕ່າງກັນເຊິ່ງມີເອກະລັກຂອງການຮ້ອງເປັນໄລຍະດັ່ງນີ້: ສຽງໜຶ່ງຮ້ອງອອກມາໃນເວລາທີ່ຖົງຄໍແວບລົງ, ເປັນປະເພດສຽງສັ້ນເປັນຕອນໆຂອງຄໍາວ່າ "ອາອາ" ແລະ ປະເພດສຽງປັບໃຫ້ມີຄວາມຖີ່ສູງ.
ຖິ່ນອາໄສ: ພົບໃນປ່າດົງດິບມີຈໍາກັດໃນເຂດແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ໍາທາ, ທິດຕາເວັນອອກຂອງແມ່ນໍ້າຂອງ, ມີປະຊາກອນພຽງໜ້ອຍດຽວເທົ່ານັ້ນ ແລະ ມັນຕ້ອງການໃຫ້ມີການຈັດຕັ້ງປະຕິບັດເພື່ອປ້ອງກັນການສ່ຽງຕໍ່ການສູນພັນໃນລະດັບຊາດຢ່າງຮີບດ່ວນ.
ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.