ທະນີມືຂາວ / White-handed Gibbon
APA 6th ed. ທະນີມືຂາວ / White-handed Gibbon. (2022, January 31). Retrieved from https://www.phakhaolao.la/kb/0001380
MLA 8th ed. ທະນີມືຂາວ / White-handed Gibbon. Pha Khao Lao, 31 January 2022, https://www.phakhaolao.la/kb/0001380.
Chicago 17th ed. Pha Khao Lao. 2022. "ທະນີມືຂາວ / White-handed Gibbon." Published January 31, 2022. https://www.phakhaolao.la/kb/0001380.
ໄທ: ຊະນີມືຂາວ ແລະ ຊະນີທຳມະດາ.
ທະນີ - Gibbon ຕະກຸນ Hylobatidae
ແມ່ນລີງບໍ່ມີຫາງ, ບໍ່ມີຜົ້ງແກ້ມ, ເປັນກຸ່ມທີ່ມີຄວາມແຕກຕ່າງຈາກກຸ່ມອື່ນຫຼາຍຍ້ອນເປັນສັດທີ່ຫາກິນຢູ່ເທິງຕົ້ນໄມ້, ມີແຂນຍາວຫຼາຍ ແລະ ມີນິ້ວມືຄ້າຍຄືກັບເບັດທີ່ມີຄວາມສາມາດພິເສດໃນການໂອນແຂວນໄປຕາມງ່າໄມ້ຢູ່ໃນຊັ້ນເຮືອນຍອດຕົ້ນໄມ້, ໃນຮູບແບບຂອງການເຄື່ອນໄຫວທີ່ເອີ້ນວ່າ: ການໃຊ້ແຂວນເພື່ອເຄື່ອນໄຫວໄປມາພວກມັນບໍ່ເຄີຍລົງຫາກິນຕາມດິນເລີຍ, ພວກມັນຈະຫາກິນ ແລະ ເຄື່ອນໄຫວໄປມາໃນຍາມກາງເວັນ. ທະນີຢູ່ເປັນກຸ່ມເປັນຄອບຄົວທີ່ມີເພດດຽວ, ເປັນສັດບົກ, ຊະນິດທະນີສ່ວນຫຼາຍ (ລວມທັງທະນີລາວທັງໝົດ) ຄູ່ປະສົມພັນຂອງມັນຈະຮ້ອງໝາຍເຂດແດນ ເຊິ່ງການຮ້ອງນີ້ຍັງມີຄວາມສຳຄັນໃນການຮັກສາຄູ່ຂອງມັນ. ດ້ວຍປະສົບການ, ພວກເຮົາສາມາດຈຳແນກໄດ້ຈາກແບບສຽງຮ້ອງພິເສດຈາກໄລຍະໄກ. ທະນີມີອັດຕາການເກີດລູກຂ້ອນຂ້າງຕໍ່າ ແລະ ມີການຂະຫຍາຍຕົວຊ້າ (ໃຊ້ເວລາດົນ), ດ້ວຍເຫດນີ້ ມັນຈຶ່ງງ່າຍທີ່ຈະຖືກທໍາລາຍຈາກການລ່າ. ໃນທົ່ວໂລກມີ 11 ຊະນິດໃນ ສປປ ລາວ ມີ 2 ສະກຸນ Hylobales ແລະ Nomascus, ແລະ ມີ 4 ຊະນິດ ຫລື ອາດຈະມີເຖິງ 5 ຊະນິດ.
ສຳລັບ ທະນີມືຂາວ / Hylobates lar ມີການບັນຍາຍໄວ້ດັ່ງນີ້:
ຄວາມຍາວຫົວ ແລະ ລໍາໂຕ: 45-60 ຊມ. ບໍ່ມີຫາງ. ສາມາດຈໍາແນກຈາກທະນີຊະນິດອື່ນໆໄດ້ ໂດຍມັນມີຂອບຂົນອ້ອມຄໍສີຂາວ, ມີໜ້າດຳ, ມີສີຂາວຢູ່ມື ແລະ ຕີນທີ່ມີສິດຳ. ຈຸດພິເສດຫລັກຂອງແຕ່ລະປະເພດຕາມໄວອາຍຸສີຂອງມັນອອກສີຂາວຫາສີນໍ້າຕານອ່ອນ ແລະ ອີກຈາໍນວນໜຶ່ງຈະມີສີນໍ້າຕານເຂັ້ມເກືອບເປັນສີດຳ, ອະໄວຍະວະຈະບໍ່ເປັນສີໝົ່ນ, ປົກກະຕິພາກສ່ວນຫົວ ແລະ ສ່ວນທ້ອງຈະມີສີເຂັ້ມໜ້ອຍ.
ອຸປະນິໄສ: ເປັນສັດບົກ, ຫາກິນກາງເວັນຕາມເທິງຕົ້ນໄມ້. ອາຫານຂອງມັນສ່ວນໃຫຍ່ແມ່ນໝາກໄມ້ ແຕ່ຍັງກິນໃບໄມ້, ແມງໄມ້ ແລະ ດອກໄມ້ເປັນອາຫານນຳອີກ.
ສຽງຮ້ອງ: ໂຕຜູ້ຮ້ອງອອກເປັນປະເພດສຽງງ່າຍໆ ແລະ ສຽງຊ້ຳກັນເປັນຈັງຫວະສັ້ນໆ (ປວດ, ປວດ). ສຽງໂຕແມ່ຈະເປັນປະເພດສຽງຊ້ຳກັນເປັນຈັງວະຍາວໆປ່ຽນສຽງຂຶ້ນ ແລະ ເພີ່ມລະດັບສຽງຈົນຮອດລະດັບສູງສຸດແລ້ວລົງຕ່ຳຕອນສຸດທ້າຍເຊິ່ງມີໄລຍະຮ້ອງປະມານ 18 ວິນາທີ. ນອກຈາກນີ້ຍັງມີສຽງຮ້ອງຕິດຕໍ່ອື່ນໆອີກ.
ຖິ່ນອາໄສ: ພົບເຫັນໃນປ່າດົງດິບໃນພາກຕາເວັນຕົກຂອງແມ່ນ້ຳຂອງ ໄດ້ຮັບລາຍງານວ່າພົບຢູ່ໃນເຂດປ່າສະຫງວນແຫ່ງຊາດນ້ຳປຸຍແຂວງໄຊຍະບູລີ ຈາກເຂດທີ່ເໝາະສົມອື່ນຍັງບໍ່ທັນມີການສຶກສາເທື່ອ.
ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.