ຂາແດງ / Red-shanked Douc Langur

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Pygathrix nemaeus (Linnaeus, 1771) / Cercopithecidae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: Red-shanked Douc Langur.
ໄທ: ຄ່າງຫ້າສີ
ສະຖານະພາບການອະນຸລັກ
Critically Endangered
ພັນລະນາລັກສະນະສັນຖານ

       ຫົວ ແລະ ລໍາຕົວຍາວ: 52-62 ຊມ. ຫາງຍາວ: 58-88 ຊມ.       ເປັນລີງທີ່ມີສີສັນສີແດງຍາວຕັ້ງແຕ່ຫົວເຂົ່າຮອດຂໍ້ແຂ່ງ, ນິ້ວມື ແລະນິ້ວ ຕີນມີສີດຳ, ລໍາໂຕມີສີຂີ້ເຖົ່າປະສົມສີດຳ, ຂາວ ແລະ ໝົ່ນ. ແຂນຍາວ, ມີສີຂາວຕັ້ງແຕ່ຂໍ້ສອກຈົນຮອດຂໍ້ມື, ສ່ວນເທິງຈະເປັນສີໝົ່ນມີຂົນຍາວສິຂາວ ຢູ່ບໍລິເວນແກ້ມທັງສອງຂ້າງ ແລະ ມີແຖບສອງແຖບທີ່ມີສີແດງ, ມີຂົນສີດຳຢູ່ບໍລິເວນເທິງຕາ, ບໍລິເວນໜ້າ ແລະ ອ້ອມຕາຈະມີສີເຫຼືອງອອກແດງ, ຫາງຍາວ.
      ອຸປະນິໄສ: ເປັນສັດຂີ້ອາຍ, ຢູ່ໃນເຂດຫ່າງໄກສອກຫຼີກຈະຢູ່ຢ່າງເປີດເຜີຍ, ປົກກະຕິຈະອາໄສຢູ່ຊັ້ນປົກຄຸມ, ອາຫານຂອງມັນສ່ວນໃຫຍ່ແມ່ນໃບໄມ້, ຍອດໄມ້ ແລະ ໜໍ່ໄມ້, ຮອງລົງມາແມ່ນໝາກໄມ້ ແລະ ແກ່ນພືດ
      ສຽງຮ້ອງ: ສຽງຈະປະກອບດ້ວຍສຽງທີ່ມີຄວາມເຂັ້ມຂອງສຽງຕໍ່າ, ສຽງຄິກສັ້ນຄ່ອຍໆ, ຫຼາຍລະດັບ ແລະ ຮ້ອງສຽງສູງຢ່າງຮຸນແຮງ
      ຖິ່ນອາໄສ: ອາໄສຢູ່ໃນປ່າດົງດິບຕັ້ງແຕ່ທົ່ງພຽງຈົນຮອດພູເຂົາທີມີລະດັບ 1200 ມ, ພົບຫຼາຍທາງດ້ານຕາເວັນອອກຂອງແມ່ນ້ຳຂອງ, ນັບຊາຍແດນຂອງກຳປູເຈຍຈົນຮອດເຂດປ່າສະຫງວນແຫ່ງຊາດນ້ຳກະດິງ, ປ່າສະຫງວນນ້ຳຈາດ

ບັນຍາຍການນຳໃຊ້

ເປັນສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.

ການປະກອບສ່ວນ