ຄາງແວນຖິ່ນເຫນືອ / Phayre's leaf monkey

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Trachypithecus phayrei (Blyth, 1847) / Cercopithecidae
ຊື່ພ້ອງ
ຊື່ອື່ນ
ໄທ: ຄ່າງແວ່ນຖິ່ນເໜື່ອ
ຊື່ສາມັນ: Phayre’s Leaf-monkey ແລະ Phayre's Langur.
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

    ຫົວ ແລະ ລໍາຕົວຍາວ: 52-62 ຊມ. ຫາງຍາວ: 58-88 ຊມ. ສີຂອງໂຕ (ຂ້ອນຂ້າງມີການປ່ຽນແປງ, ມີສີຂີ້ເຖົ່າ ຫຼື ເຖົ່າເຫຼືອງ) ຄືກັນກັບຫາງ ແລະ ຫົວ. ຖ້າເບິ່ງລະອຽດເຂົ້າໄປອາດຈະສາມາດຈຳແນກໄດ້ ຈາກຂອບຕາທີ່ມີສີຟ້າຈືດໆ, ໂດຍທົ່ວໄປມັນຈະມີຮອຍດ່າງສີຂາວທີ່ສົບ, ຂົນຍາວຢູ່ເທິງຈອມຫົວຈະມີສີຄືກັນກັບພາກສ່ວນອື່ນຂອງຫົວ ແລະ ເນີ້ງໄປທາງຫຼັງ, ແກ້ມທັງສອງຂ້າງກໍມີລັກສະນະໂດດເດັ່ນ.
    ອຸປະນິໄສ: ຂ້ອນຂ້າງເປັນສັດຂີ້ອາຍ, ປົກກະຕິອາໄສຢູ່ຊັ້ນປົກຄຸມຂອງປ່າ.
    ສຽງຮ້ອງ: ?
    ຖິ່ນອາໄສ: ຢູ່ພູຕ່ຳ, ປ່າປະສົມທີ່ມີໄມ້ປ່ອງຫລາຍ ແລະ ບາງເທື່ອກໍອາໄສຢູ່ຕາມພູຫີນປູນລົງໄປຈົນຮອດທົ່ງພຽງ, ພົບເຫັນໃນພາກເໜືອ ແລະ ອາດຈະມີຢູ່ໃນເຂດເໜືອຂອງພາກກາງຂອງ ສປປ. ລາວ. ບໍ່ເຄີຍ ພົບເຫັນວ່າມີປະຊາກອນຈຳນວນຫຼາຍໃນ ສປປ ລາວ, ເຖິງວ່າຈະມີການບັນທຶກໄວ້ຢ່າງກວ້າງຂວາງ, ໃນໄລຍະບໍ່ດົນມານີ້.

ບັນຍາຍການນຳໃຊ້

ສັດຫວງຫ້າມທີ່ມີຄວາມສູງໃກ້ສູນພັນສູງ ແລະ ເປັນສັດຫວງຫ້າມປະເພດໜື່ງ ຂອງ ສປປ ລາວ.

ການປະກອບສ່ວນ