ຕະລຸງ / Silvered Langur

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Trachypithecus cristatus (Raffles, 1821) / Cercopithecidae
ຊື່ພ້ອງ
Simia cristata Raffles, 1821
Simia villosa Griffith, 1821
Semnopithecus pruinosus Desmarest, 1822
Semnopithecus cristatus: Muller, 1835
Semnopithecus rutledgii Anderson, 1878
Presbytis cristata pullata Thomas and Wroughton, 1909
Pygathrix ultima Elliot, 1910
Pygathrix cristata: Lyon, 1911
Presbytis vigilans Miller, 1913
Trachypithecus cristatus: Hooijer, 1962
ຊື່ອື່ນ
ລາວ: ຕະລຸງ, ໂຄງ ແລະ ຍຸ້ງ.
ຊື່ສາກົນ: Silvered Langur, Hanuman langurs ແລະ Hanuman monkeys.
ໄທ: ຄ່າງເທົາ
ສະຖານະພາບການອະນຸລັກ
Near Threatened
ພັນລະນາລັກສະນະສັນຖານ

     ຫົວ ແລະ ລໍາຕົວຍາວ: 49 57 ຊມ. ຫາງຍາວ: 72-84 ຊມ
     ຈຳແນກໄດ້ຈາກຄ່າງແວນຖິ່ນເໜືອຄື: ມີໜ້າສີດຳ, ມີວົງອ້ອມຕາສີຟ້າຈາງ, ຢູ່ໜ້າມີຂົນເຄົາຍາວສີຂີ້ເທົ່າເຫຼື້ອມອອກສີຂາວ, ຂົນປະກອບເປັນຫອນຢູ່ເທິງຫົວບໍ່ລຽບ, ຂົນຫຸ້ມຕົວສີເທົາເຂັ້ມ ໂດຍຈະມີປາຍຂົນເປັນສີຂາວເຮັດໃຫ້ມັນກາຍເປັນສີເທົາເຫຼື້ອມ, ໂຕທີ່ເກີດໃໝ່ຈະມີສີນ້ຳສົ້ມ.
     ອຸປະໄສ: ອາຫານຂອງມັນຈະເປັນໃບໄມ້ ແລະ ຍອດອ່ອນ. ຢູ່ຮ່ວມກັນເປັນຝູງ 10 ຫາ 40 ໂຕ
     ສຽງຮ້ອງ: ຮ້ອງເຕືອນຈະມີສຽງດັງລົວຄືໄອອອກທາງດັງ ແລະ ສຽງຮ້ອງເຕືອນໄພເປັນສຽງແຫຼມກຶກກ້ອງ
     ຖິ່ນອາໄສ: ປ່າໄມ້ແຄມນໍ້າ ແລະ ປ່າປະສົມຢູ່ໃນພາກໃຕ້ຂອງ ສປປ ລາວ, ອາດຈະພົບບໍ່ເໜືອກວ່າເສັ້ນແວງທີ 17 N.

ບັນຍາຍການນຳໃຊ້

ເປັນສັດຫວງຫ້າມທີ່ໃກ້ຈະສູນພັນໃນ ສປປ ລາວ.

ການປະກອບສ່ວນ