ຄາງຮາຕິງ / Hatinh Langur
APA 6th ed. ຄາງຮາຕິງ / Hatinh Langur. (2022, January 22). Retrieved from https://www.phakhaolao.la/kb/0001376
MLA 8th ed. ຄາງຮາຕິງ / Hatinh Langur. Pha Khao Lao, 22 January 2022, https://www.phakhaolao.la/kb/0001376.
Chicago 17th ed. Pha Khao Lao. 2022. "ຄາງຮາຕິງ / Hatinh Langur." Published January 22, 2022. https://www.phakhaolao.la/kb/0001376.
ຫົວ ແລະ ລໍາໂຕຍາວ: 52-62 ຊມ. ຫາງຍາວ: 58-88 ຊມ. ມີຄ່າງສອງຊະນິດທີ່ມີຂົນຫຸ້ມລໍາຕົວສີດຳເງົາທີ່ພົບເຫັນໃນ ສປປ ລາວ ຄື: ຊະນິດທີ່ຫນຶ່ງມີຂົນສີຂາວຈາກຂ້າງປາກໄປຫາຫູທັງສອງເບື້ອງ ລາມລົງໄປຫາຕົ້ນຄໍ ແລະ ຊະນິດທີ່ສອງເປັນສີດຳລ້ວນ, ບໍ່ມີຈຸດດ່າງຢູ່ບໍລິເວນຫົວ. ທັງສອງຊະນິດມີຂົນຢູ່ເທິງຫົວຄ້າຍຄືຫອນ, ໃບໜ້າມີສີດຳ ແລະ ບໍ່ມີຂົນ, ເວລາຍັງນ້ອຍເປັນສີສົ້ມ.
ອຸປະນິໄສ: ເປັນສັດທີ່ຫາກິນກາງເວັນ ແລະ ຢູ່ເທິງຕົ້ນໄມ້, ຫາກິນຢູ່ຕາມຊັ້ນເຮືອນຍອດອາຫານຫລັກຂອງພວກມັນແມ່ນໃບໄມ້.
ສຽງຮ້ອງ: ?
ຖິ່ນອາໄສ: ປ່າຜາຫີນ, ໂດຍສະເພາະແມ່ນປ່າພູຫີນປູນ, ທັງສອງຊະນິດພົບເຫັນໃນເຂດປ່າສະຫງວນແຫ່ງຊາດນາກາຍ-ນໍ້າເທີນ ແລະ ຫີນຫນາມຫນໍ່ຕາມແນວຊາຍແດນ ລາວ-ຫວຽດນາມ, ນອກຈາກນີ້ຍັງພົບເຫັນຢູ່ໃນເຂດປ່າສະຫງວນແຫ່ງຊາດພູຫີນປູນພາກກາງຂອງ ສປປ ລາວ.
ເປັນສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ